ເລີ່ມຈັດຕັ້ງປະຕິບັດແຜນການຍົກສູງລະດັບການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີຈີນ-ອາຊຽນຢ່າງເປັນທາງການ

CRI, September 21, 2022
Size:

     ວັນທີ 15 ກັນຍານີ້, ກອງປະຊຸມການໂອນເຕັກນິກແລະການຮ່ວມມືດ້ານການປະດິດສ້າງຈີນ-ອາຊຽນຄັ້ງທີ 10 ໄດ້ຈັດຂຶ້ນຢູ່ນະຄອນນານນີງ ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນ. ທ່ານວາງຈື້ກ່າງ ລັດຖະມົນຕີກະຊວງວິທະຍາສາດເຕັກໂນໂລຊີຈີນໄດ້ກ່າວຄຳປາໄສໃນພິທີໄຂຜ່ານທາງອອນລາຍ ໂດຍປະກາດວ່າ: ກະຊວງວິທະຍາສາດເຕັກໂນໂລຊີຈີນເລີ່ມຈັດຕັ້ງປະຕິບັດແຜນການຍົກສູງລະດັບການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີຈີນ-ອາຊຽນ.

     ພ້ອມກັນນັ້ນ, ກອງປະຊຸມຄັ້ງນີ້ຍັງໄດ້ປະກາດວ່າ: ແຜນດຳເນີນງານສະເພາະກ່ຽວກັບການໂອນເຕັກນິກຈີນ-ອາຊຽນໄດ້ເລີ່ມຕົ້ນຢ່າງເປັນທາງການ, ສະຫະພັນການໂອນເຕັກນິກຈີນ-ອາຊຽນໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ, ການແຂ່ງຂັນການປະດິດສ້າງແລະສ້າງທຸລະກິດຈີນ-ອາຊຽນກໍໄດ້ເລີ່ມດຳເນີນຢ່າງເປັນທາງການ.