ການຂົນສົ່ງສິນຄ້າທີ່ຈັບຕ້ອງໄດ້ຜ່ານທາງນ້ຳສາກົນລະຫວ່າງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຟື້ນຟູຄືນໃໝ່

CRI, September 20, 2022
Size:

    ວັນທີ 17 ກັນຍານີ້, ກຳປັ່ນຈີນລະຫັດຈືຈີ່ນ 8 ທີ່ບັນທຸກສິນຄ້າສົ່ງອອກທີ່ຈັບຕ້ອງໄດ້ ໄດ້ອອກເດີນທາງຈາກທ່າກຳປັ່ນກ່ວນເຫຼີຍກິ່ງແຂວງສິບສອງພັ່ນນາແຂວງຢູນນານ, ທ່າກຳປັ່ນກ່ວນເຫຼີຍທີ່ປິດບໍລິການມາເປັນເວລາ 2 ປີປາຍໄດ້ຟື້ນຟູການບໍລິການຂົນສົ່ງສິນຄ້າຄືນໃໝ່ຢ່າງເປັນທາງການ ເຊິ່ງໝາຍຄວາມວ່າການຂົນສົ່ງສິນຄ້າທີ່ຈັບຕ້ອງໄດ້ຜ່ານທາງນ້ຳສາກົນລະຫວ່າງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຟື້ນຟູຄືນໃໝ່.

    ທ່າກຳປັ່ນກ່ວນເຫຼີຍຕັ້ງຢູ່ແຄມແມ່ນ້ຳລ້ານຊ້າງທາງພາກຕາເວັນອອກສຽງໃຕ້ຂອງເມືອງຫຼ້າກິ່ງແຂວງສິບສອງພັ່ນນາແຂວງຢູນນານ, ຈຳນວນນັກທ່ອງທ່ຽວເຂົ້າອອກເມືອງສະເລ່ຍຕໍ່ປີມີເຖິງ 6 ໝື່ນເທື່ອຄົນ, ຈຳນວນກຳປັ່ນເຂົ້າອອກເມືອງສະເລ່ຍຕໍ່ປີມີເຖິງ 6 ພັນເທື່ອລຳ, ຍອດຈຳນວນສິນຄ້າທີ່ຈັບຕ້ອງໄດ້ຂາເຂົ້າ-ຂາອອກມີເຖິງ 2 ແສນ 7 ໝື່ນໂຕນ. ຍ້ອນຖືກຜົນກະທົບຈາກພະຍາດໂຄວິດ-19, ນັບແຕ່ວັນທີ 1 ເມສາ 2020 ເປັນຕົ້ນມາ, ການບໍລິການຂົນສົ່ງຜູ້ໂດຍສານ ແລະສິນຄ້າຂອງທ່າກຳປັ່ນກ່ວນເຫຼີຍໄດ້ປິດບໍລິການ.