ເຜີຍແຜ່ “ບົດລາຍງານກ່ຽວກັບສະພາບແວດລ້ອມການດຳເນີນທຸລະກິດຢູ່ອາຊຽນ 2022”

CRI, September 20, 2022
Size:

ວັນທີ 17 ກັນຍານີ້, ສະຖາບັນຄົ້ນຄ້ວາຂອງຄະນະກຳມະການສົ່ງເສີມການຄ້າຈີນ, ກອງເລຂາກອງປະຊຸມສຸດຍອດການຄ້າແລະການລົງທຶນຈີນ-ອາຊຽນ ແລະຄະນະກຳມະການສົ່ງເສີມການຄ້າກວງຊີໄດ້ຮ່ວມກັນເຜີຍແຜ່ “ບົດລາຍການກ່ຽວກັບສະພາບແວດລ້ອມການດຳເນີນທຸລະກິດຢູ່ອາຊຽນ 2022” ໃນກອງປະຊຸມເວທີປຶກສາຫາລືຜູ້ນຳໃນວົງການການຄ້າຈີນ-ອາຊຽນ ແລະ ງານສົນທະນາພິເສດກ່ຽວກັບການຮ່ວມມືດ້ານອຸດສາຫະກຳການຄ້າ RCEP ພາຍໃຕ້ຂອບກອງປະຊຸມສຸດຍອດການຄ້າແລະການລົງທຶນຈີນ-ອາຊຽນຄັ້ງທີ 19.

ບົດລາຍງານສະບັບນີ້ເປັນຜົນການສຳຫຼວດສະພາບແວດລ້ອມການດຳເນີນທຸລະກິດຢູ່ອາຊຽນເປັນຄັ້ງທຳອິດ, ໄດ້ສ່ອງແສງໃຫ້ເຫັນເຖິງຄວາມຫຍຸ້ງຍາກຕົວຈິງແລະຄວາມຮຽກຮ້ອງຂອງວິສາຫະກິດຈີນ ເພື່ອຊ່ວຍເຫຼືອປະເທດສະມາຊິກອາຊຽນປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃຫ້ດີຂຶ້ນຕື່ມອີກ, ເສີມຂະຫຍາຍບົດບາດທີ່ຕັ້ງໜ້າຂອງວິສາຫະກິດຈີນທີ່ມີຕໍ່ການຟື້ນຟູຂອງເສດຖະກິດອາຊຽນ, ສ້າງວຽກເຮັດງານທຳ ແລະອື່ນໆ.