ຍອດມູນຄ່າການຄ້າລະຫວ່າງປະເທດຈີນກັບບັນດາປະເທດຢູ່ລຽບຕາມແມ່ນ້ຳຂອງເພີ່ມຂຶ້ນ 105% ໃນ 6 ປີທີ່ຜ່ານມາ

lmcchina.org, September 19, 2022
Size:

ທ່ານ ຫຼິວຊິ່ງ (Liu Qing), ຮອງຫົວໜ້າສະຖາບັນຄົ້ນຄວ້າບັນຫາສາກົນແຫ່ງປະເທດຈີນ, ເລຂາທິການໃຫຍ່ ສູນຄົ້ນຄວ້າແມ່ນ້ຳຂອງທົ່ວໂລກໄດ້ກ່າວວ່າ: “ນັບແຕ່ປີ 2016 ຫາ ປີ 2022, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ  (LM) ໄດ້ຜ່ານໄປ 6 ປີແລ້ວ. ໃນປີ 2021, ຍອດມູນຄ່າການຄ້າລະຫວ່າງ ປະເທດຈີນ ກັບ ບັນດາປະເທດຢູ່ລຽບຕາມແມ່ນ້ຳຂອງໄດ້ບັນລຸ 398 ຕື້ໂດລາສະຫະລັດ,  ທຽບໃສ່ໄລຍະດຽວກັນໃນປີຜ່ານມາ ເພີ່ມຂຶ້ນ 23 % ແລະ ເພີ່ມຂຶ້ນ 105% ຖ້າທຽບໃສ່ປີ 2015.”

ໃນໄລຍະ 6 ປີທີ່ຜ່ານມາ, ການຮ່ວມມື LM ໄດ້ຍຶດຖືການພັດທະນາເປັນບູລິມະສິດ. ຝ່າຍຈີນໄດ້ສະໜອງເງິນກູ້ສະເພາະກິດສຳລັບການຮ່ວມມືດ້ານຄວາມສາມາດການຜະລິດ ແລະ ການຜະລິດອຸປະກອນທີ່ປິ່ນອ້ອມໂຄງການຮ່ວມມືຕ່າງໆ, ທັງໄດ້ສະໜັບສະໜູນບັນດາປະເທດຢູ່ລຽບຕາມແມ່ນ້ຳຂອງໃນການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່ 40 ກວ່າໂຄງການ, ເຊັ່ນ: ໂຄງການເຊື່ອມໂຍງເຊື່ອມຈອດ, ໂຄງການກໍ່ສ້າງສະໜາມບິນ, ເຂື່ອນໄຟຟ້າ ແລະ ເຂດອຸດສາຫະກໍາ ເປັນຕົ້ນ.

ທາງລົດໄຟ ຈີນ-ລາວພາຍຫຼັງໄດ້ເປີດນຳໃຊ້ແລ້ວ ໄດ້ອໍານວຍຄວາມສະດວກຫຼາຍໃຫ້ແກ່ການເດີນທາງຂອງປະຊາຊົນທີ່ອາໄສຢູ່ຕາມເຂດຊາຍແດນ ຈີນ-ລາວ. ມາຮອດວັນທີ 2 ມິຖຸນາ ປີນີ້, ການຂົນສົ່ງຜູ້ໂດຍສານຜ່ານທາງລົດໄຟຈີນ-ລາວໄດ້ບັນລຸ 3,27 ລ້ານເທື່ອຄົນ.

ນອກຈາກນີ້ແລ້ວ, ລະຫວ່າງ 6 ປະເທດກໍໄດ້ເປີດສາຍການບິນຫຼາຍຖ້ຽວກວ່າເກົ່າ. ນັບແຕ່ການເລີ່ມປະຕິບັດກົນໄກການຮ່ວມມື LM ໃນເດືອນມີນາ ປີ 2016 ເປັນຕົ້ນມາ ໄດ້ເປີດສາຍການບິນໃໝ່ເຖິງ 332 ເສັ້ນ, ເຊິ່ງໄດ້ສ້າງເປັນ “ທາງດ່ວນທາງອາກາດ” ຕາມພາກພື້ນ. ຄຽງຄູ່ກັບສະພາບການແພ່ລະບາດຂອງພະຍາໂຄວິດ-19 ໄດ້ຮັບການຄວບຄຸມຢ່າງມີປະສິດທິຜົນ, 6 ປະເທດຍັງຈະເພີ່ມຖ້ຽວບິນກົງຕື່ມອີກໃນອະນາຄົດ.

ກອງທຶນສະເພາະກິດສໍາລັບການຮ່ວມມື LM ກໍໄດ້ສຸມໃສ່ໂຄງການສ້າງຜົນປະໂຫຍດໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນ ຄື ໄດ້ສະໜອງທຶນໃຫ້ແກ່ 666 ໂຄງການໃນຂົງເຂດການຫຼຸດຜ່ອນຄວາມທຸກຍາກ, ການສຶກສາ, ວຽກງານສາທາລະນະສຸກ ແລະ ວຽກງານແມ່ຍິງເປັນຕົ້ນ. ໂຄງການ “ບ້ານແສງຕາເວັນ”, “ຄົ້ນຄວ້າການຄັດເລືອກແນວພັນຕົ້ນຊານໍ້າມັນທີ່ດີ”, “ເພີ່ມພູນຜະລິດຜົນກາເຟ”, ຢາພື້ນເມືອງຈີນນໍາເອົາຜົນປະໂຫຍດໃຫ້ແກ່ປະເທດLM” ແລະ ໂຄງການອື່ນໆ ເຊິ່ງໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຈຳນວນຫຼວງຫຼາຍຂອງບັນດາປະເທດຢູ່ລຽບຕາມແມ່ນ້ຳຂອງ.