ຈີນ-ລາວຮ່ວມກັນດຳເນີນການຄຸ້ມຄອງຊາຍແດນກໍຄືການເຄື່ອນໄຫວລາດຕະເວນຮ່ວມເພື່ອປ້ອງກັນແລະຄວບຄຸມການລະບາດຂອງພະຍາດໂຄວິດ-19

CRI, September 19, 2022
Size:

     ວັນທີ 15 ກັນຍານີ້, ດ່ານກວດກາການເຂົ້າແລະອອກເມືອງບໍ່ຫານຈີນແຈ້ງໃຫ້ຮູ້ວ່າ: ວັນທີ 14 ກັນຍານີ້, ດ່ານດັ່ງກ່າວໄດ້ຮ່ວມກັບດ່ານກວດກາຂອງລາວ 6 ແຫ່ງ ເຊັ່ນ ດ່ານບໍ່ເຕັນ ດ່ານພູລະຄຳ ແລະອື່ນໆ ດຳເນີນການຄຸ້ມຄອງຊາຍແດນກໍຄືການເຄື່ອນໄຫວລາດຕະເວນຮ່ວມເພື່ອປ້ອງກັນແລະຄວບຄຸມການລະບາດຂອງພະຍາດ.

     ຕາມຂ່າວແຈ້ງໃຫ້ຮູ້ວ່າ: ການລາດຕະເວນຮ່ວມຄັ້ງນີ້ໄດ້ມີຕຳຫຼວດ 26 ໜ່ວຍລວມທັງໝົດ 194 ເທື່ອຄົນເຂົ້າຮ່ວມ, ໄດ້ນຳໃຊ້ລົດຕຳຫຼວດ 42 ເທື່ອຄັນ, ໄລຍະທາງການລາດຕະເວນຍາວເຖິງ 97,3 ກິໂລແມັດ, ໄດ້ແຈກຢາຍເອກະສານໂຄສະນາ 560 ກວ່າສະບັບ. ພາຍຫຼັງການລາດຕະເວນຮ່ວມສິ້ນສຸດລົງແລ້ວ, ສອງຝ່າຍໄດ້ສະຫຼຸບຜົນງານການເຄື່ອນໄຫວລາດຕະເວນຮ່ວມຢູ່ຕາມຊາຍແດນຄັ້ງນີ້, ແລະໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບການຮ່ວມກັນເພີ່ມທະວີການຄຸ້ມຄອງຕໍ່ເຂດຊາຍແດນ ກໍຄືການປ້ອງກັນແລະຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢູ່ເຂດຊາຍແດນສອງປະເທດ.