ທ່ານຫວາງສີຊ່ານເຂົ້າຮ່ວມງານລ້ຽງລະນຶກວັນເກີດຂອງສົມເດັດສີຫະນຸອະດີດເຈົ້າຊີວິດກຳປູເຈຍຄົບຮອບ 100 ປີ

CRI, September 19, 2022
Size:

ຕາມຂ່າວCRI: ວັນທີ 15 ກັນຍານີ້, ທ່ານຫວາງສີຊ່ານ, ຮອງປະທານປະເທດຈີນໄດ້ເຂົ້າຮ່ວມງານລ້ຽງລະນຶກວັນເກີດຂອງສົມເດັດສີຫະນຸອະດີດເຈົ້າຊີວິດກຳປູເຈຍຄົບຮອບ 100 ປີທີ່ນະຄອນຫຼວງປັກກິ່ງຂອງຈີນ.

ທ່ານຫວາງສີຊ່ານກ່າວວ່າ: ສົມເດັດສີຫະນຸອະດີດເຈົ້າຊີວິດກຳປູເຈຍແມ່ນ “ພະບິດາແຫ່ງເອກະລາດ” ທີ່ໄດ້ຮັບຄວາມຮັກແພງແລະການສະໜັບສະໜູນຈາກປະຊາຊົນກຳປູເຈຍຢ່າງເລິກເຊິ່ງ, ແມ່ນເພື່ອນມິດທີ່ຍິ່ງໃຫຍ່ເຊິ່ງໄດ້ຮັບຄວາມເຄົາລົບນັບຖືເປັນຢ່າງສູງຈາກປະຊາຊົນຈີນ. ສົມເດັດໄດ້ປະກອບສ່ວນຢ່າງຫຼົງລືມບໍ່ໄດ້ເຂົ້າໃນພາລະກິດໄມຕີຈິດມິດຕະພາບລະຫວ່າງຈີນ-ກຳປູເຈຍ. ພາຍຫຼັງໄດ້ເຂົ້າສູ່ຍຸກສະໄໝໃໝ່, ຜູ້ນຳສອງປະເທດໄດ້ຮັກສາການໄປມາຫາສູ່ກັນຢ່າງແໜ້ນແຟ້ນ. ເຊື່ອໝັ້ນວ່າພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງສອງຝ່າຍ, ການພົວພັນລະຫວ່າງຈີນ-ກຳປູເຈຍຈະມີຊີວິດຊີວາຢ່າງບໍ່ຢຸດຢັ້ງ.

ກ່ອນຈັດງານລ້ຽງ, ທ່ານຫວາງສີຊ່ານໄດ້ພົບປະກັບສົມເດັດໂນໂຣດົມ ສີຫະໂມນີເຈົ້າຊີວິດກຳປູເຈຍພ້ອມດ້ວຍສົມເດັດໂນໂຣດົມ ໂມນີນຽດພະມານດາຂອງກຳປູເຈຍ. ສົມເດັດໂນໂຣດົມ ສີຫະໂມນີແລະສົມເດັດໂນໂຣດົມ ໂມນິນຽດໄດ້ສະແດງຄວາມຂອບໃຈຕໍ່ຈີນທີ່ໄດ້ຈັດງານລ້ຽງລະນຶກວັນເກີດຂອງສົມເດັດສີຫະນຸອະດີດເຈົ້າຊີວິດກຳປູເຈຍຄົບຮອບ 100 ປີແລະກິດຈະກຳອື່ນໆ, ຍິນດີຮ່ວມກັນກັບຈີນຊຸກຍູ້ໃຫ້ການພົວພັນລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່.