ເພື່ອກະກຽມເຂົ້າຮ່ວມງານກິລາຊີເກມ ທິມຊາດກຳປູເຈຍຈະເດີນທາງມາເຝິກຊ້ອມຢູ່ຈີນ

CRI, September 16, 2022
Size:

ຕາມຂ່າວCRI: ວັນທີ 13 ກັນຍານີ້, ພິທີສົ່ງຄູເຝິກແລະນັກກິລາທິມຊາດກຳປູເຈຍເດີນທາງມາເຝິກຊ້ອມຢູ່ຈີນຂອງໂຄງການຊ່ວຍເຫຼືອດ້ານກິລາຢູ່ກຳປູເຈຍໄດ້ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນຂອງກຳປູເຈຍ. ມີພະນັກງານຂອງສະຖານທູດຈີນປະຈຳກຳປູເຈຍ, ຄະນະກຳມະການໂອລິມປິກແຫ່ງຊາດກຳປູເຈຍ, ຜູ້ຕາງໜ້ານັກກິລາແລະຄູເຝິກທິມຊາດກຳປູເຈຍທີ່ຈະເດີນທາງມາເຝິກຊ້ອມຢູ່ຈີນທັງໝົດເກືອບຮ້ອຍຄົນໄດ້ເຂົ້າຮ່ວມພິທີດັ່ງກ່າວ.

ໂຄງການຊ່ວຍເຫຼືອດ້ານກິລາຢູ່ກຳປູເຈຍມີຈຸດປະສົງຜ່ານຮູບແບບທີ່ສົ່ງນັກກິລາກຳປູເຈຍມາເຝິກຊ້ອມຢູ່ຈີນ, ສົ່ງຄູເຝິກຈີນໄປເຝິກສອນຢູ່ກຳປູເຈຍແລະການສະໜອງອຸປະກອນເຝິກຊ້ອມແບບປະສົມປະສານກັນ, ເພື່ອຍົກລະດັບການແຂ່ງຂັນຂອງນັກກິລາກຳປູເຈຍ. ນັກກິລາ 12 ປະເພດແລະຄູເຝິກທິມຊາດກຳປູເຈຍລວມທັງໝົດ 160 ຄົນທີ່ກ່ຽວຂ້ອງກັບໂຄງການນີ້ຈະເດີນທາງມາເຝິກຊ້ອມຢູ່ຈີນໃນວັນທີ 15 ກັນຍານີ້, ນີ້ແມ່ນກິດຈະກຳການແລກປ່ຽນດ້ານກິລາແລະວັດທະນະທຳຜ່ານທາງອອຟລາຍທີ່ມີຂະໜາດໃຫຍ່ທີ່ສຸດລະຫວ່າງຈີນ-ກຳປູເຈຍນັບແຕ່ ພະຍາດໂຄວິດ-19ໄດ້ລະບາດເປັນຕົ້ນມາ.