ຈັດງານວາງສະແດງການຮ່ວມມືພັດທະນາໃຕ້ໆທົ່ວໂລກຄັ້ງທີ 11 ຢູ່ນະຄອນຫຼວງບາງກອກຂອງປະເທດໄທ

CRI, September 14, 2022
Size:

     ງານວາງສະແດງການຮ່ວມມືພັດທະນາໃຕ້ໆທົ່ວໂລກຄັ້ງທີ 11 ໄດ້ຈັດຂຶ້ນຢູ່ສຳນັກງານໃຫຍ່ຄະນະກຳມະການເສດຖະກິດ-ສັງຄົມອາຊີ-ປາຊີຟິກຂອງອົງການສະຫະປະຊາຊາດທີ່ຕັ້ງຢູ່ນະຄອນຫຼວງບາງກອກຂອງປະເທດໄທໃນວັນທີ 12 ກັນຍາປີ 2022 ນີ້.

     ທ່ານອັນໂຕນິໂອ ກຸເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ກ່າວຄຳປາໄສໃນພິທີໄຂຜ່ານທາງວິດີໂອໂດຍກ່າວວ່າ: ການຮ່ວມມືໃຕ້ໆ ແລະການຮ່ວມມືສາມຝ່າຍມີບົດບາດສຳຄັນທີ່ສຸດຕໍ່ປະເທດພວມພັດທະນາໃນການຫຼຸດຜ່ອນ ແລະປັບຕົນເອງໃຫ້ສອດຄ່ອງກັບການປ່ຽນແປງຂອງດິນຟ້າອາກາດ ການຮັບມືກັບວິກິດການດ້ານສາທາລະນະສຸກທົ່ວໂລກເຊິ່ງລວມທັງການແຜ່ລະບາດຂອງພະຍາດໂຄວິດ-19 ແລະການບັນລຸເປົ້າໝາຍການພັດທະນາແບບຍືນຍົງ 17 ປະການ.

     ງານວາງສະແດງທີ່ຈະດຳເນີນເປັນເວລາ 3 ວັນຄັ້ງນີ້, ນອກຈາກໄດ້ວາງສະແດງໂຄງການປະດິດສ້າງດ້ານການພັດທະນາ ແລະບົດຮຽນທີ່ມີຜົນສຳເລັດຂອງຝ່າຍຕ່າງໆທີ່ເຂົ້າຮ່ວມແລ້ວ, ຍັງໄດ້ສະໜອງເວທີວາງສະແດງຈຳລອງໃຫ້ແກ່ອົງການຕ່າງໆ ແລະບັນດາປະເທດສະມາຊິກຂອງສະຫະປະຊາຊາດ, ເພື່ອວາງສະແດງ ແລະເຜີຍແຜ່ວິທີການແກ້ໄຂ ລວມທັງຂໍ້ລິເລີ່ມໃນການຮ່ວມມືໃຕ້ໆ ແລະການຮ່ວມມືສາມຝ່າຍຂອງບັນດາປະເທດ ເຊິ່ງໄດ້ກາຍເປັນຈຸດທີ່ໜ້າສົນໃຈໃນງານວາງສະແດງຄັ້ງນີ້.