ການຮ່ວມມືດ້ານຊັບພະຍາກອນນໍ້າ ຢູ່ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄດ້ກ້າວເຂົ້າສູ່ໄລຍະໃໝ່ແຫ່ງການຍົກລະດັບ ແລະ ມີຄຸນນະພາບສູງຂຶ້ນກວ່າເກົ່າ

lmcchina.org, September 12, 2022
Size:

ເດືອນກໍລະກົດປີນີ້, ທ່ານ ຫວັງອີ້, ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ປະກາດໃນກອງປະຊຸມລັດຖະມົນຕີຕ່າງປະເທດ ຄັ້ງທີ 7 ກ່ຽວກັບການຮ່ວມມື ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງວ່າ: ຈີນຈະດໍາເນີນໂຄງການພັດທະນາຊັບພະຍາກອນນໍ້າ ເພື່ອປະຊາຊົນທີ່ອາໄສຢູ່ລຽບຕາມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ເຊິ່ງເປັນຂີດໝາຍວ່າ ການຮ່ວມມືດ້ານຊັບພະຍາກອນນໍ້າຢູ່ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຈະກ້າວເຂົ້າສູ່ໄລຍະໃໝ່ແຫ່ງການຍົກລະດັບ ແລະ ມີຄຸນນະພາບສູງຂຶ້ນກວ່າເກົ່າ.

    ໃນໄລຍະດໍາເນີນກິດຈະກໍາ “ສໍາຜັດ ແລະ ເຂົ້າໃຈແມ່ນໍ້າລ້ານຊ້າງ, ຮ່ວມກັນເລົ່າຄວາມປະທັບໃຈຕໍ່ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ” ທີ່ຈັດຂຶ້ນໃນທ້າຍເດືອນສິງຫາຜ່ານມາ, ຊາວໜຸ່ມຈາກ 5 ປະເທດທີ່ຢູ່ລຽບຕາມແມ່ນໍ້າຂອງ ທີ່ຮຽນຢູ່ຈີນໄດ້ເດີນທາງຕາມລຳແມ່ນໍ້າລ້ານຊ້າງ, ຢ້ຽມຊົມຂະບວນການຮ່ວມມື ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ທີ່ພວມພັດທະນາຢ່າງຟົດຟື້ນ. ທ່ານ RIM MAO ນັກສຶກສາກໍາປູເຈຍ ທີ່ມາຈາກພາກວິຊາຄຸນນະພາບ ແລະ ຄວາມປອດໄພດ້ານອາຫານ ຂອງມະຫາວິທະຍາໄລຕ້າຫຼີໄດ້ກ່າວວ່າ ຜ່ານການເຂົ້າຮ່ວມກິດຈະກໍາຄັ້ງນີ້, (ຂ້າພະເຈົ້າ) ໄດ້ມີໂອກາດໄປທັດສະນະສຶກສາຢູ່ເຂື່ອນໄຟຟ້ານໍ້າຕົກລຽບຕາມແມ່ນໍ້າລ້ານຊ້າງ, ໄດ້ຮັບຄວາມຮູ້ ກ່ຽວກັບມາດຕະການໃນການອະນຸລັກສິ່ງແວດລ້ອມ, ເຮັດໃຫ້ມີຄວາມເຂົ້າໃຈຕໍ່ການຮ່ວມມືດ້ານຊັບພະຍາກອນນໍ້າຢູ່ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຫຼາຍຂຶ້ນກວ່າເກົ່າ, ທັງໄດ້ຮັບຮູ້ວ່າ ການປົກປັກຮັກສາແມ່ນໍ້າສາຍນີ້ ຕ້ອງອາໄສການຮ່ວມມື ແລະ ຄວາມພະຍາຍາມ ຈາກທັງ 6 ປະເທດ.

ໃນໄລຍະດໍາເນີນກິດຈະກໍາດັ່ງກ່າວ, ທູຕານຸທູດຂອງປະເທດທີ່ຢູ່ລຽບຕາມລຳແມ່ນໍ້າຂອງປະຈໍາ ສປຈີນ, ຊາວໜຸ່ມທີ່ຮຽນຢູ່ຈີນ ແລະ ຜູ້ຊ່ຽວຊານທີ່ກ່ຽວຂ້ອງອື່ນໆ 50 ກວ່າຄົນ ໄດ້ໄປທັດສະນະສຶກສາ ແລະ ຢ້ຽມຊົມແມ່ນໍ້າລ້ານຊ້າງ, ໄດ້ສໍາຜັດ ແລະ ເພີ່ມຄວາມເຂົ້າໃຈຕໍ່ຜົນປະໂຫຍດຕ່າງໆທີ່ໄດ້ມາຈາກການຮ່ວມມືດ້ານຊັບພະຍາກອນນໍ້າ ຢູ່ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ.

    ເຂື່ອນໄຟຟ້ານໍ້າຕົກຊຽງຮຸ່ງ ຢູ່ ແຂວງຢຸນນານ ສປ ຈີນ ໄດ້ສ້າງອຸປະກອນທີ່ອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງທາງນໍ້າໃຫຍ່ທີ່ສຸດ ໃນລ້ອງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ກໍຄືເຄື່ອງຍົກເຮືອແຮງສູບ ລະດັບ 500 ໂຕນ ທີ່ໃຊ້ພະລັງໄຟຟ້ານໍ້າຕົກ. ເມື່ອເຄື່ອງຍົກເຮືອນີ້ເປີດນໍາໃຊ້ຢ່າງເປັນທາງການແລ້ວ ຈະສະໜອງເສັ້ນທາງການຂົນສົ່ງທາງນໍ້າ ທີ່ປອດໄພ ແລະ ສະດວກສະບາຍໃຫ້ແກ່ເຮືອທີ່ແລ່ນຜ່ານ ທັງພາຍໃນ ແລະຕ່າງປະເທດ ທີ່ສອດຄ່ອງກັບ “ສັນຍາວ່າດ້ວຍການຂົນສົ່ງທາງນໍ້າ ສໍາລັບເຮືອສິນຄ້າ ທີ່ເດີນຕາມລຳ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ” ທີ່ເຊັນກັນໂດຍ 4 ປະເທດ ຄື: ຈີນ, ລາວ, ມຽນມາ ແລະໄທ, ເຊິ່ງມີຄວາມໝາຍສໍາຄັນຍິ່ງຕໍ່ ແຂວງຢູນນານ ໃນການປະກອບສ່ວນເຂົ້າໃນການກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ກໍ່ສ້າງສູນເສດຖະກິດການຄ້າ ທີ່ອ່ວຍໜ້າສູ່ອາຊີໃຕ້ ແລະ ອາຊີອາຄະເນ.