ການທີ່ຈີນກັບປະເທດໃນອາຊີອາຄະເນຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຈະເພີ່ມພະລັງແຮງທາງບວກໃຫ້ກັບການຟື້ນຟູຂອງເສດຖະກິດໂລກ

CRI, September 8, 2022
Size:

ວັນທີ 6 ກັນຍານີ້, ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ການທີ່ຈີນກັບປະເທດໃນອາຊີອາຄະເນຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຈະເພີ່ມພະລັງແຮງທາງບວກໃຫ້ກັບການພັດທະນາຂອງພາກພື້ນແລະການຟື້ນຟູຂອງເສດຖະກິດໂລກ.

ຂ່າວແຈ້ງໃຫ້ຮູ້ວ່າ: ກ່ອນໜ້ານີ້, ຂະບວນລົດໄຟຄວາມໄວສູງຊຸດທຳອິດແລະຂະບວນລົດໄຟວັດແທກສັງລວມຂອງເສັ້ນທາງລົດໄຟຈາກາຕາ-ບັນດຸງທີ່ອອກແບບແລະຜະລິດໂດຍປະເທດຈີນໄດ້ຂົນສົ່ງໄປເຖິງອິນໂດເນເຊຍ. ພ້ອມກັນນັ້ນ, ອີງຕາມຕົວເລກຂໍ້ມູນຂອງດ່ານພາສີຈີນສະແດງໃຫ້ເຫັນວ່າ: ນັບແຕ່ເສັ້ນທາງລົດໄຟຈີນ-ລາວເປີດບໍລິການເປັນເວລາ 9 ເດືອນເປັນຕົ້ນມາ, ຍອດມູນຄ່າການຂົນສົ່ງສິນຄ້າສາກົນມີຫຼາຍກວ່າ 10 ຕື້ຢວນ.

ທ່ານນາງໝາວໜິງກ່າວຕື່ມວ່າ: ໃນ 9 ເດືອນທີ່ຜ່ານມາຫຼັງຈາກເສັ້ນທາງລົດໄຟຈີນ-ລາວເປີດບໍລິການ, ໄດ້ຂົນສົ່ງຜູ້ໂດຍສານ 6,71 ລ້ານເທື່ອຄົນ, ຂົນສົ່ງສິນຄ້າ 7,17 ລ້ານໂຕນ, ໃນນັ້ນ, ໄດ້ຂົນສົ່ງສິນຄ້າຂ້າມຊາດ 1,28 ລ້ານໂຕນ, ຍອດມູນຄ່າສິນຄ້າສາກົນມີຫຼາຍກວ່າ 10 ຕື້ຢວນ ເຊິ່ງໄດ້ຄ່ອຍໆກາຍເປັນພະລັງແຮງຊຸກຍູ້ການເຊື່ອມໂຍງເຊື່ອມຈອດກັນຂອງພາກພື້ນແລະແຮງຂັບເຄື່ອນໃໝ່ຂອງການຮ່ວມມືດ້ານເສດຖະກິດ, ໄດ້ຮັບຄວາມນິຍົມໂດຍທົ່ວໄປຢູ່ປະເທດໃນພາກພື້ນ.

ທ່ານນາງໝາວນິງກ່າວເນັ້ນໜັກອີກວ່າ: ຈີນແລະປະເທດໃນອາຊີອາຄະເນມີສາຍພູແລະສາຍນ້ຳຕິດຈອດກັນ, ມີມິດຕະພາບທີ່ເລິກເຊິ່ງ ແລະມີຊາຕາກຳຮ່ວມກັນ. ຈີນຍິນດີຮ່ວມກັບຝ່າຍຕ່າງໆ, ຍຶດໝັ້ນຊຸກຍູ້ການພັດທະນາການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງຢ່າງເດັດດ່ຽວໜຽວແໜ້ນ, ເພື່ອປະກອບສ່ວນອັນຕັ້ງໜ້າເຂົ້າໃນການບັນລຸການພັດທະນາຮ່ວມກັນຢ່າງມີຄວາມຈະເລີນຮຸ່ງເຮືອງ ແລະສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ແໜ້ນແຟ້ນກວ່າເກົ່າ.