ເວທີປຶກສາຫາລືການນຳໃຊ້ເຕັກນິກນິວເຄລຍໃນທາງສັນຕິຈີນ-ອາຊຽນຄັ້ງປະຖົມມະເລີກຈະຈັດຂຶ້ນຢູ່ເຂດກວາງຊີ ປະເທດຈີນ

CRI, September 8, 2022
Size:

ກອງເລຂາຂອງງານວາງສະແດງສິນຄ້າຈີນ-ອາຊຽນເປີດເຜີຍໃຫ້ຮູ້ວ່າ: ເວທີປຶກສາຫາລືການນຳໃຊ້ເຕັກນິກນິວເຄລຍໃນທາງສັນຕິຈີນ-ອາຊຽນຄັ້ງປະຖົມມະເລີກ ຈະຈັດຂຶ້ນຢູ່ນະຄອນນານນິງ ເຂດກວາງຊີ ປະເທດຈີນ ໃນໄລຍະຈັດງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 19 ທີ່ຈະຈັດຂຶ້ນລະຫວ່າງວັນທີ 16 ຫາ 18 ກັນຍານີ້.

ຫົວຂໍ້ຫຼັກຂອງເວທີປຶກສາຫາລືໃນຄັ້ງນີແມ່ນ: “ເຕັກນິກນິວເຄລຍຊ່ວຍສ້າງຊີວິດທີ່ດີງາມ” ໂດຍຈະຈັດຂຶ້ນຜ່ານທາງອອນລາຍ ແລະອັອຟລາຍ. ໃນໄລຍະຈັດເວທີປຶກສາຫາລືດັ່ງກ່າວ, ເຈົ້າໜ້າທີ່ລັດຖະບານ, ຜູ້ນຳຂະແໜງການ ແລະຜູ້ຊ່ຽວຊານຄັງປັນຍາຂອງຈີນ ແລະປະເທດສະມາຊິກອາຊຽນ ຈະແລກປ່ຽນຄວາມເຫັນນຳກັນ ໂດຍປິ່ນອ້ອມ 5 ຂົງເຂດການນຳໃຊ້ເຕັກນິກນິວເຄລຍ ຄື: ອຸດສາຫະກຳ, ກະສິກຳ, ການແພດແລະສຸຂະພາບ, ຄວາມໝັ້ນຄົງສາທາລະນະ ແລະວິທະຍາສາດເຕັກນິກດ້ານພະລັງງານ ເພື່ອຮ່ວມກັນໂອ້ລົມກ່ຽວກັບໂອກາດ, ສະແຫວງຫາການພັດທະນາ ແລະຊຸກຍູ້ການພັດທະນາ.

ການຮ່ວມມືດ້ານເຕັກນິກນິວເຄລຍ ຈະປະກອບສ່ວນອັນຕັ້ງໜ້າເຂົ້າໃນການລົງເລິກການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອາຊຽນ ແລະສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ແໜ້ນແຟ້ນກວ່າເກົ່າ.