ສູນປະຊຸມແຫ່ງຊາດສິຣິກິດຂອງໄທ ຈະເປີດໃຫ້ປະຊາຊົນເຂົ້າຊົມ

CRI, September 6, 2022
Size:

ວັນທີ 31 ສິງຫາຜ່ານມານີ້, ກະຊວງການຕ່າງປະເທດໄທໄດ້ເປີດເຜີຍໃຫ້ຮູ້ວ່າ: ສູນປະຊຸມແຫ່ງຊາດສິຣິກິດ ທີ່ນະຄອນຫຼວງບາງກອກ ປະເທດໄທ ເຊິ່ງເປັນຕຶກອາຄານໃໝ່ ແລະສະຖານທີ່ຫຼັກສຳລັບການຈັດກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC 2022 ນັ້ນ ຈະເປີດໃຫ້ປະຊາຊົນເຂົ້າຊົມໃນວັນທີ 12 ກັນຍານີ້.

ສູນປະຊຸມດັ່ງກ່າວ ແມ່ນສ້າງຂຶ້ນໃໝ່ຢູ່ສະຖານທີ່ເກົ່າຫຼັງຈາກມ້າງສິ່ງກໍ່ສ້າງເກົ່າອອກ, ເນື້ອທີ່ທັງໝົດໄດ້ຂະຫຍາຍກວ້າງອອກຈາກ 65.000 ຕາແມັດ ມາເປັນ 300.000 ຕາແມັດໃນປັດຈຸບັນ, ບ່ອນຈອດລົດຢູ່ໃຕ້ດິນສາມາດຈອດລົດໄດ້ 3.000 ຄັນ.

ລະຫວ່າງເດືອນກັນຍານີ້ ຫາທ້າຍປີນີ້, ຢູ່ສູນປະຊຸມແຫ່ງຊາດສິຣິກິດ ຈະຈັດງານວາງສະແດງສາກົນ, ກອງປະຊຸມສາກົນ ແລະງານດົນຕີຫຼາຍຄັ້ງ ເຊິ່ງລວມທັງ ກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC 2022 ແລະກອງປະຊຸມຕ່າງໆທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນລະຫວ່າງວັນທີ 13 ຫາ 18 ພະຈິກປີ 2022 ນີ້.