ຍອດມູນຄ່າການຄ້າລະຫວ່າງຈີນກັບອາຊຽນເພີ່ມຂຶ້ນ 13,1%

CRI, September 6, 2022
Size:

ວັນທີ 29 ສິງຫານີ້, ໃນກອງປະຊຸມຖະແຫຼງຂ່າວທີ່ຈັດໂດຍຫ້ອງການຖະແຫຼງຂ່າວ ຄະນະລັດຖະບານຈີນ, ທ່ານຫຼີເຟີ່ຍ, ຜູ້ຊ່ວຍລັດຖະມົນຕີກະຊວງການຄ້າຈີນກ່າວວ່າ: ໃນເດືອນມັງກອນ ຫາເດືອນກໍລະກົດປີ 2022 ນີ້, ຍອດມູນຄ່າການຄ້າລະຫວ່າງຈີນກັບອາຊຽນໄດ້ບັນລຸເຖິງ 544,9 ຕື້ໂດລາສະຫະລັດ ເຊິ່ງໄດ້ເພີ່ມຂຶ້ນ 13,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021 ທີ່ຜ່ານມາ ແລະໄດ້ກວມເອົາຍອດມູນຄ່າການນຳເຂົ້າ ແລະສົ່ງອອກຂອງຈີນເຖິງ 15%. ຈີນໄດ້ຄອງຖານະເປັນຄູ່ການຄ້າໃຫຍ່ທີ່ສຸດຂອງອາຊຽນມາເປັນເວລາ 13 ປີລຽນຕິດ, ສ່ວນອາຊຽນກໍໄດ້ຮັດແໜ້ນຖານະເປັນຄູ່ການຄ້າໃຫຍ່ທີ່ສຸດຂອງຈີນຕື່ມອີກ.

ທ່ານຫຼີເຟີ່ຍກ່າວຕື່ມວ່າ: ນັບມາຮອດທ້າຍເດືອນກໍລະກົດປີ 2022 ນີ້, ຍອດມູນຄ່າການລົງທຶນເຊິ່ງກັນແລະກັນລະຫວ່າງຈີນກັບອາຊຽນ ໄດ້ບັນລຸຫຼາຍກວ່າ 340 ຕື້ໂດລາສະຫະລັດ, ຈີນແລະອາຊຽນໄດ້ກາຍເປັນຄູ່ຮ່ວມມືທີ່ມີການລົງທຶນຄຶກຄັກທີ່ສຸດຂອງກັນແລະກັນ. ໂຄງການໃຫຍ່ທີ່ສຳຄັນຕ່າງໆ ເຊັ່ນ: ເຂດນິຄົມອຸດສາຫະກຳຈີນ-ມາເລເຊຍ, ເຂດນິຄົມອຸດສາຫະກຳຈີນ-ອິນໂດເນເຊຍເປັນຕົ້ນ ໄດ້ດຳເນີນໄປຢ່າງສະດວກ, ຈີນແລະປະເທດສະມາຊິກອາຊຽນໄດ້ເປີດກວ້າງການຮ່ວມມືດ້ານເສດຖະກິດດີຈີຕອນ, ການຄ້າເອເລັກໂຕຣນິກ, ການພັດທະນາຕາມທິດທາງສີຂຽວແລະຂົງເຂດອື່ນໆຢ່າງຕັ້ງໜ້າ, ການພົວພັນດ້ານຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງລະຫວ່າງຈີນກັບອາຊຽນມີຄວາມແໜ້ນແຟ້ນກວ່າເກົ່າ.