ອາຊຽນຈັດກອງປະຊຸມເວທີປຶກສາຫາລືຈາກາຕາກ່ຽວກັບຂໍ້ລິເລີ່ມການພັດທະນາທົ່ວໂລກ

CRI, May 23, 2022
Size:

ວັນທີ 20 ພຶດສະພານີ້, ອາຊຽນໄດ້ຈັດ ກອງປະຊຸມເວທີປຶກສາຫາລືຈາກາຕາກ່ຽວກັບຂໍ້ລິເລີ່ມການພັດທະນາທົ່ວໂລກຜ່ານຮູບແບບທາງອອນລາຍ. ເຊິ່ງກອງປະຊຸມຄັ້ງນີ້ແມ່ນກິດຈະກຳຄັ້ງທຳອິດຂອງ “ເວທີປຶກສາຫາລືຈາກາຕາກ່ຽວກັບການພົວພັນຈີນ-ອາຊຽນ” ສຳລັບປີ 2022. ທ່ານອູຈ່ຽງຮ້າວ ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານເອກະພາບ ພັນທະວົງ ຮອງເລຂາທິການໃຫຍ່ອາຊຽນ, ທ່ານເຕີ້ງຊີ່ຈຸ່ນ ເອກອັກຄະລັດຖະທູດຈີນປະຈຳອາຊຽນພ້ອມດ້ວຍຜູ້ຕາງໜ້າປະເທດຕ່າງໆຂອງອາຊຽນໄດ້ເຂົ້າຮ່ວມກອງປະຊຸມ.

ຫົວຂໍ້ຂອງກອງປະຊຸມຄັ້ງນີ້ແມ່ນ “ລົງເລິກການຮ່ວມມືພາຍໃຕ້ຂອບ ຂໍ້ລິເລີ່ມການພັດທະນາທົ່ວໂລກ ແລະ ວິໄສທັດອາຊຽນຮອດປີ 2025, ເລັ່ງຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ.”