ຄະນະກຳມະການບໍລິຫານປະເທດມຽນມາປະກາດວ່າການເຈລະຈາສັນຕິພາບຮອບໃໝ່ຈະເລີ່ມຈັດຂຶ້ນແຕ່ວັນທີ 20 ພຶດສະພານີ້ເປັນຕົ້ນໄປ

CRI, May 23, 2022
Size:


    ຕອນບ່າຍວັນທີ 19 ພຶດສະພານີ້,  ຄະນະກຳມະການບໍລິຫານປະເທດ ມຽນມາໄດ້ຈັດກອງປະຊຸມຖະແຫຼງຂ່າວ, ທ່ານຊໍມິນທຸນ ໂຄສົກຄະນະກຳມະ ການບໍລິຫານປະເທດມຽນມາກ່າວຢືນຢັນວ່າ ການເຈລະຈາສັນຕິພາບຮອບໃໝ່ ຈະເລີ່ມຈັດຂຶ້ນແຕ່ວັນທີ 20 ພຶດສະພານີ້ເປັນຕົ້ນໄປ, ຜູ້ຕາງໜ້າຂອງ ກຸ່ມປະກອບອາວຸດຊົນເຜົ່າທ້ອງຖິ່ນ 10 ກຸ່ມຈະເຂົ້າຮ່ວມການເຈລະຈາຄັ້ງນີ້.

    ນອກນີ້, ທ່ານຊໍມິນທຸນ ຍັງໄດ້ອະທິບາຍບັນຫາຕ່າງໆເຊັ່ນ: ວິທີການເລືອກຕັ້ງທົ່ວໄປໃນຄັ້ງໜ້າ, ສະພາບການປະທະກັນດ້ວຍກຳລັງອາວຸດຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດໃນໄລຍະມໍ່ໆມານີ້, ບັນຫາການຂາດແຄນໄຟຟ້າ, ລາຄານ້ຳມັນເຊື້ອໄຟຖີວຕົວສູງຂຶ້ນ, ສະພາບການແລກປ່ຽນຄວາມຄິດເຫັນລະຫວ່າງມຽນມາກັບອາຊຽນ ແລະບັນຫາອື່ນໆ.