ບົດລາຍງານທີ່ກ່ຽວຂ້ອງໄດ້ສ່ອງແສງໃຫ້ເຫັນວ່າ ປະຊາຊົນຈີນມີຄວາມຮັກແພງ ແລະມີຄວາມຮູ້ສຶກທີ່ດີຕໍ່ປະເທດອາຊຽນ

CRI, May 20, 2022
Size:

ຫວ່າງມໍ່ໆມານີ້, ມີສື່ມວນຊົນໄດ້ເຜີຍແຜ່ບົດລາຍງານຜົນການສຳຫຼວດສອງ ສະບັບກ່ຽວກັບການຮັບຮູ້ຂອງປະຊາຊົນຈີນທີ່ມີຕໍ່ສາຍພົວພັນຈີນ-ອາຊຽນ. ຕໍ່ກັບເລື່ອງນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນ ກອງປະຊຸມຖະແຫຼງຂ່າວໃນວັນທີ 18 ພຶດສະພານີ້ວ່າ:ບົດລາຍງານທີ່ກ່ຽວຂ້ອງ ໄດ້ສ່ອງແສງໃຫ້ເຫັນວ່າປະຊາຊົນຈີນມີຄວາມຮັກແພງແລະມີຄວາມຮູ້ສຶກທີ່ດີຕໍ່ປະ ເທດອາຊຽນ, ມີທ່າທີອັນຕັ້ງໜ້າກ່ຽວກັບການຂະຫຍາຍສາຍພົວພັນຖານບ້ານໃກ້ ເຮືອນຄຽງທີ່ດີລະຫວ່າງຈີນ-ຊຽນ, ມີຄວາມໝັ້ນໃຈຢ່າງເຕັມປ່ຽມຕໍ່ກັບອະນາຄົດ ຈີນ-ອາຊຽນ.

ທ່ານວ່າງເວີນປິ່ນໄດ້ກ່າວຕ່ືມວ່າ: ນີ້ແມ່ນຜົນດີທີ່ປະເທດຈີນຍຶດໝັ້ນໃນນະໂຍບາຍການຕ່າງປະເທດຖານບ້ານໃກ້ເຮືອນຄຽງກັບປະເທດໃກ້ຄຽງ, ທັງໄດ້ ພິສູດໃຫ້ເຫັນວ່າ ການພັດທະນາສາຍພົວພັນຂອງພວກເຮົາກັບອາຊຽນນັ້ນ ໄດ້ສະແດງໃຫ້ເຫັນເຖິງຈິດໃຈປະຊາຊົນແລະສອດຄ່ອງກັບຈິດໃຈປະຊາຊົນ.

ທ່ານວ່າງເວີນປິ່ນໄດ້ແນະນຳໃຫ້ຮູ້ວ່າ: ໃນກອງປະຊຸມສຸດຍອດເພື່ອສະເຫຼີມ ສະຫຼອງວັນສ້າງສາຍພົວພັນຄູ່ເຈລະຈາຈີນ-ອາຊຽນຄົບຮອບ 30 ປີ, ທ່ານປະທານສີຈິ້ນຜິງໄດ້ຊີ້ອອກວ່າ: "ຜົນສຳເລັດແຫ່ງການຮ່ວມມືຈີນ-ອາຊຽນໃນ 30 ປີຜ່ານມານີ້ໄດ້ຮັບຜົນປະໂຫຍດຈາກເງື່ອນໄຂທຳມະຊາດທີ່ມີທີ່ຕັ້ງພູມສາດໃກ້ກັນແລະມີວັດທະນະທຳທີ່ຄ້າຍຄືກັນ, ຍິ່ງປາສະຈາກບໍ່ໄດ້ທີ່ພວກເຮົາຍິນດີຮັບເອົາທ່າອ່ຽງການພັດທະນາແຫ່ງຍຸກສະໄໝຢ່າງຕັ້ງໜ້າແລະແມ່ນທາງເລືອກທີ່ຖືກຕ້ອງ ທາງປະຫວັດສາດ". ບໍ່ວ່າແຕ່ກ່ອນ ປັດຈຸບັນຫຼືອະນາຄົດ, ປະເທດຈີນກໍ່ຍັງຈະແມ່ນ ເພື່ອນບ້ານໃກ້ຄຽງທີ່ດີ ໝູ່ເພື່ອນທີ່ດີແລະຄູ່ຮ່ວມມືທີ່ດີຂອງອາຊຽນ.