ຈີນເຫັນວ່າອາເມຣິກາບໍ່ມີສິດຕຳຫນິວິຈານບັນຫາດ້ວຍສັນຍາວ່າດ້ວຍກົດໝາຍທາງທະເລຂອງສປຊ

CRI, May 18, 2022
Size:


ວັນທີ 16 ພຶດສະພານີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງ ປະເທດຈີນໄດ້ກ່າວຢືນຢັນໃນກອງປະຊຸມຖະແຫຼງຂ່າວວ່າ: ການສ້າງກົດແຫ່ງ ການປະພຶດໃນທະເລຈີນໃຕ້ ແມ່ນຄວາມປາຖະໜາແລະຄວາມຮຽກຮ້ອງຕ້ອງ ການຮ່ວມຂອງຂອງຈີນແລະບັນດາປະເທດອາຊຽນ. ອາເມຣິກາໃນຖານະເປັນປະ ເທດຢູ່ນອກພາກພື້ນ, ຄວນເຄົາລົບຄວາມພະຍາຍາມຂອງບັນດາປະເທດ ໃນພາກພື້ນແຫ່ງນີ້ເພື່ອປົກປັກຮັກສາສັນຕິພາບແລະສະຖຽນລະພາບຢູ່ທະເລຈີນໃຕ້, ຢ່າສູ່ສ້າງສິ່ງລົບກວນໃຫ້ກັບກົດແຫ່ງການປະພຶດດັ່ງກ່າວ.

ຕາມຂ່າວແຈ້ງວ່າ: ວັນທີ 13 ພຶດສະພານີ້, ກອງປະຊຸມສຸດຍອດ ອາເມຣິກາ-ອາຊຽນໄດ້ອອກຖະແຫຼງການຮ່ວມເຊິ່ງລວມມີເນື້ອໃນຕ່າງໆຄື: ປົກປັກຮັກສາສັນຕິພາບ,ຄວາມໝັ້ນຄົງແລະສະຖຽນລະພາບຂອງພາກພື້ນ, ການເດີນເຮືອແລະການບິນຜ່ານພາກພື້ນແຫ່ງນີ້ໄດ້ຢ່າງເສລີ, ພ້ອມທັງ ເນັ້ນຫນັກຄືນວ່າ ຕ້ອງອີງຕາມຫຼັກການຂອງກົດໝາຍສາກົນຕ່າງໆເຊັ່ນ ສັນຍາວ່າດ້ວຍກົດໝາຍທາງທະເລຂອງສະຫະປະຊາຊາດ ເພື່ອແກ້ໄຂຄວາມຂັດແຍ້ງໂດຍສັນຕິ, ທັງເນັ້ນໜັກເຖິງການຈັດຕັ້ງປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້, ແລະສ້າງກົດແຫ່ງການປະພຶດໃນທະເລຈີນໃຕ້ໃຫປາກົດຜົນເປັນຈິງໂດຍໄວ.

ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ, ທ່ານຈ້າວລີ້ຈ່ຽນກ່າວວ່າ: ທະເລ ຈີນໃຕ້ແມ່ນບ້ານເມືອງຮ່ວມຂອງບັນດາປະເທດໃນພາກພື້ນ, ປັດຈຸບັນ, ຈີນແລະ ບັນດາປະເທດອາຊຽນໄດ້ສຸມຄວາມພະຍາຍາມຮ່ວມກັນເພື່ອຮັບປະກັນໃຫ້ສະພາບການໃນທະເລຈີນໃຕ້ມີຄວາມໝັ້ນທ່ຽງໂດຍລວມ.  ອາເມຣິກາມັກສວຍໃຊ້ສັນຍາວ່າ ດ້ວຍກົດໝາຍທາງທະເລຂອງສະຫະປະຊາຊາດມາຕຳຫນິວິຈານບັນຫາ, ແຕ່ອາເມຣິກາເອງ ບໍ່ໄດ້ເຂົ້າເປັນສະມາຊິກຂອງສັນຍາດັ່ງກ່າວ, ສິ່ງນີ້ມັກຈະພາໃຫ້ຄົນທັງຫຼາຍ ເກີດມີຄວາມສົງໄສຕໍ່ຄວາມໜ້າເຊື່ອຖືຂອງຖ້ອຍຄຳຂອງອາເມຣິກາກ່ຽວກັບສັນຍາດັ່ງກ່າວ, ແລະຍິ່ງຈະເຮັດໃຫ້ຄົນທັງຫຼາຍມີຄວາມລະແວງສົງໄສວ່າ ອາເມຣິກາມີສິດອັນໃດທີ່ຈະນຳໃຊ້ສັນຍາດັ່ງກ່າວເພື່ອຕຳໜິວິຈານແບບຂາດຄວາມຮັບຜິດຊອບ.