ເຂດກວາງຊີຈີນເປີດເສັ້ນທາງການບິນເພື່ອນຳເຂົ້າໝາກໄມ້ຈາກປະເທດສະມາຊິກ RCEP

CRI, May 16, 2022
Size:

ຕອນບ່າຍວັນທີ 13 ພຶດສະພານີ້, ໝາກທຸລຽນທີ່ຜະລິດຈາກປະເທດໄທງວດໜຶ່ງ ໄດ້ຖືກຂົນສົ່ງມາຮອດສະໜາມບິນສາກົນອູຊວີ່ເຂດປົກຄອງຕົນເອງເຜົ່າ   ຈ້ວາງກວາງຊີ, ແລ້ວເຂົ້າດ່ານຢ່າງວ່ອງໄວ ໂດຍໄດ້ບັນລຸການໃຊ້ເວລາພຽງແຕ່ມື້ດຽວ ກໍໄດ້ເດັດມາສົ່ງເຂົ້າຕະຫຼາດຈີນ. ນີ້ແມ່ນການບຸກທະລຸໃນດ້ານການນຳເຂົ້າໝາກໄມ້ໂດຍຜ່ານດ່ານສະໜາມບິນນະຄອນນານນິງ, ເປັນຂີດໝາຍສະແດງໃຫ້ເຫັນວ່າ ເຂດກວາງຊີໄດ້ເປີດເສັ້ນທາງການບິນເພື່ອນຳເຂົ້າໝາກໄມ້ຈາກປະເທດສະມາຊິກ RCEP ຢ່າງເປັນທາງການ.

ຕາມຂ່າວແຈ້ງວ່າ, ຢູ່ສະໜາມບິນນານນິງ ມີສະຖານທີ່ສຳລັບການຕິດຕາມຄຸ້ມຄອງໝາກໄມ້ນຳເຂົ້າໂດຍສະເພາະ ໂດຍມີເນື້ອທີ່ກໍ່ສ້າງກວ້າງກວ່າ 1.000 ຕາແມັດ, ເຊິ່ງໄດ້ແບ່ງເປັນເຂດກວດກາ, ເຂດລໍຖ້າກວດກາ, ເຂດຜ່ານ ພ້ອມດ້ວຍຫ້ອງທົດລອງເພື່ອຄັດເລືອກເບື້ອງຕົ້ນ, ຫ້ອງເກັບສະສົມສິນຄ້າຕົວຢ່າງ ແລະອື່ນໆ, ທັງມີອຸປະກອນຕ່າງໆ ເຊັ່ນ: ເຄື່ອງດັບເຊື້ອ ແລະ ແກັດເກັບມ້ຽນໝາກໄໝ້ທີ່ບູດເນົ່າເປັນຕົ້ນ, ເພື່ອຕອບສະໜອງກັບຄວາມຕ້ອງການໃນການກັກກັນພະຍາດຕໍ່ໝາກໄມ້ນຳເຂົ້າ. ຂະນະດຽວກັນ, ຈະດຶງດູດວິສາຫະກິດນຳເຂົ້າໝາກໄມ້ໃຫ້ເຕົ້າໂຮມກັນຫຼາຍກວ່າເກົ່າ ເພື່ອຊຸກຍູ້ການພັດທະນາການຄ້າຂາເຂົ້າຂາອອກ, ການບໍລິໂພກ ແລະ ຂະແໜງການຈໍລະຈອນສິນຄ້າຂອງນະຄອນນານນິງ ກໍຄືເຂດກວາງຊີ.