ລາວ ແລະຈີນຮ່ວມກັນສ້າງຕັ້ງສູນກວດກາມາດຕະຖານໂຍທາທິການ ແລະການຂົນສົ່ງ

CRI, May 16, 2022
Size:

ວັນທີ 11 ພຶດສະພາ 2022 ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ແລະມະຫາວິທະຍາໄລຄົມມະນາຄົມພາກຕາເວັນຕົກສຽງໃຕ້ສປຈີນ ໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືສ້າງຕັ້ງສູນກວດກາຢັ້ງຢືນມາດຕະຖານໂຍທາທິການ ແລະການຂົນສົ່ງ(Logistics) ຢຸ່ທີ່ມະຫາວິທະຍາໄລແຫ່ງຊາດ ໂດຍຜ່ານຮູບແບບທາງໄກຝ່າຍລາວຕາງໜ້າລົງນາມໂດຍ ທ່ານ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ ແລະຝ່າຍຈີນຕາງໜ້າໂດຍທ່ານຢາວຟາມິງ ຮອງອະທິການບໍດີມະຫາວິທະຍາໄລຄົມມະນາຄົມພາກຕາເວັນຕົກສຽງໃຕ້ ສປ ຈີນ.

ທ່ານ ສິດທິໄຊ ໄຊຍະວົງ ຫົວໜ້າຫ້ອງການຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການ ມຊ ໄດ້ລາຍງານໃນພິທີວ່າ: ຈຸດປະສົງໃນການລົງນາມບົດບັນທຶກຄວາມເຂົ້າໃຈການຮ່ວມມືສ້າງຕັ້ງສູນກວດກາຢັ້ງຢືນມາດຕະຖານໂຍທາທິການ ແລະ ການຂົນສົ່ງຄັ້ງນີ້ ແມ່ນເພື່ອແນໃສ່ຊຸກຍູ້ການພັດທະນາປະເທດ ໂດຍສະເພາະການສ້າງຕັ້ງຄະນະວິຊາການດ້ານມາດຕະຖານ ເພື່ອຮັບໃຊ້ວຽກງານກວດກາຄຸນນະພາບ ແລະຕິດຕາມໂຄງການຂະໜາດໃຫຍ່ ຕາມເສັ້ນທາງໜຶ່ງແລວໜຶ່ງເສັ້ນທາງ ຫຼືໂຄງການອື່ນໆ ພ້ອມທັງເປັນການຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະການຮ່ວມມືລາວ-ຈີນທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ອີງຕາມຂໍ້ມູນໃຫ້ຮູ້ວ່າ: ພາຍຫຼັງໄດ້ລົງນາມບົດບັນທຶກຄວາມເຂົ້າໃຈດັ່ງກ່າວແລ້ວ ທັງສອງຝ່າຍຍັງຈະຊຸກຍູ້ການເຄື່ອນໄຫວຂອງສັນຍາການຮ່ວມກັນສ້າງຕັ້ງສູນກວດກາຢັ້ງຢືນມາດຕະຖານໂຍທາທິການ ແລະ ການຂົນສົ່ງ ພາຍໃຕ້ຂອບສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ. ທັງສອງຝ່າຍຍັງຈະມີບົດບັນທຶກຄວາມເຂົ້າໃຈໃນການຈັດຕັ້ງປະຕິບັດຢ່າງລະອຽດອີກຄັ້ງໜຶ່ງ.