ຊາວໜຸ່ມແຕ່ລະຍຸກສະໄໝຕ່າງກໍໄດ້ສືບທອດແລະພັດທະນາພາລະກິດອັນດຽວກັນ

CRI, May 13, 2022
Size:


ກ່ອນໜ້ານີ້100 ປີ ຄືໃນວັນທີ 5 ພຶດສະພາ ປີ1922, ພາຍໃຕ້ຄວາມເອົາໃຈໃສ່ແລະການນຳພາໂດຍກົງຂອງພັກກອມມູນິດຈີນ, ຄະນະຊາວໜຸ່ມກອມມູນິດຈີນໄດ້ປະກາດສ້າງຕັ້ງຂຶ້ນ. ນີ້ແມ່ນເຫດການທີ່ເປັນນິມິດໝາຍສຳຄັນໃນປະຫວັດສາດການປະຕິວັດຈີນແລະປະຫວັດສາດຂອງຂະບວນການຊາວໜຸ່ມຈີນ.


ຕະຫຼອດໄລຍະ 100 ປີຜ່ານມານີ້,  ພາຍໃຕ້ການນຳພາຂອງພັກກອມມູນິດຈີນ,ຄະນະຊາວໜຸ່ມກອມມູນິດຈີນໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໂດຍໄດ້ຢືນຢູ່ແຖວໜ້າຂອງການຕໍ່ສູ້ປະຕິວັດຢ່າງສະເໝີຕົ້ນສະເໝີປາຍ ເຊິ່ງໄດ້ສ້າງປະຫວັດສາດທີ່ມີກຽດສະຫງ່າ.

    ໃນໄລຍະການປະຕິວັດປະຊາທິປະໄຕໃໝ່, ຄະນະຊາວໜຸ່ມກອມມູນິດຈີນ ໄດ້ໂຄສະນາເຜີຍແຜ່ລັດທິມາກຢ່າງກວ້າງຂວາງ, ໄດ້ໝູນໃຊ້ແນວຄິດກ້າວໜ້າເຂົ້າໃນການສ້າງແຮງບັນດານໃຈໃຫ້ຊາວໜຸ່ມມີຄວາມສະດຸ້ງຕື່ນແລະເຕົ້າໂຮມກຳລັງແຮງສັງລວມຂອງຊາວໜຸ່ມ, ສາມັກຄີແລະນຳພາຊາວໜຸ່ມ, ສະມາຊິກຄະນະຊາວໜຸ່ມເຂົ້າຮ່ວມຂະບວນການກຳມະກອນ, ຂະບວນການຊາວນາ, ຂະບວນການນັກຮຽນ-ນັກສຶກສາ ເພື່ອຕ້ານລັດທິຈັກກະພັດແລະລັດທິສັກດິນາຢ່າງຫ້າວຫັນ, ຕັ້ງໜ້າເຂົ້າຮ່ວມກຳລັງປະກອບອາວຸດປະຕິວັດທີ່ນຳພາໂດຍພັກ, ຕະລຸມບອນຢ່າງພິລະອາດຫານເຂົ້າໃນການຕໍ່ສູ້ທີ່ຍິ່ງໃຫຍ່ ເຊິ່ງໄດ້ສະແດງໃຫ້ເຫັນເຖິງໂສມໜ້າແລະຈິດໃຈທີ່ບໍ່ຢ້ານກົວຕໍ່ການເສຍສະຫຼະຊີວິດແລະຕໍ່ສູ້ຢ່າງພິລະອາດຫານດ້ວຍການເສຍສະຫຼະເນື້ອເລືອດ ເຊິ່ງໄດ້ອຸທິດຊີວິດໄວໜຸ່ມຂອງຕົນ ແລະສ້າງຄຸນງາມຄວາມດີອັນສຳຄັນເພື່ອໄຊຊະນະຂອງການປະຕິວັດຈີນ!

   ໃນໄລຍະການປະຕິວັດແລະກໍ່ສ້າງສັງຄົມນິຍົມ, ຄະນະຊາວໜຸ່ມກອມມູນິດຈີນໄດ້ຕັ້ງໜ້າເຂົ້າຮ່ວມການປ່ຽນແປງທາງສັງຄົມທີ່ກວ້າງຂວາງແລະເລິກເຊິ່ງທີ່ສຸດໃນປະຫວັດສາດຂອງປະຊາຊາດຈີນ, ຊາວໜຸ່ມ-ສະມາຊິກຄະນະຊາວໜຸ່ມຈຳນວນມະຫາສານໄດ້ເປັນເຈົ້າການສ້າງຜົນງານ, ກ້າແບກຫາບໜ້າທີ່ອັນໜັກໜ່ວງ, ໄດ້ອຸທິດຊີວິດໄວໜຸ່ມຂອງຕົນ ແລະສ້າງຄຸນງາມຄວາມດີອັນສຳຄັນເພື່ອການສ້າງສາປະເທດຊາດ!


ໃນໄລຍະໃໝ່ແຫ່ງການປະຕິຮູບເປີດປະຕູສູ່ພາຍນອກ ແລະການສ້າງສັງຄົມນິຍົມທີ່ທັນສະໄໝ, ຄະນະຊາວໜຸ່ມກອມມູນິດຈີນໄດ້ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນການຫັນປ່ຽນຍຸດທະສາດໃຈກາງວຽກງານຂອງພັກແລະລັດຖະບານ, ປົດປ່ອຍແນວຄິດແລະບຸກບືນກ້າວໜ້າ, ສູ້ຊົນຢືນຢູ່ແຖວໜ້າໃນແນວຮົບຕ່າງໆຂອງການກໍ່ສ້າງສັງຄົມທີ່ທັນສະໄໝ ໂດຍສາມາດສະແດງໃຫ້ເຫັນເຖິງໂສມໜ້າແລະຈິດໃຈທີ່ບຸກບືນກ້າວໄປໜ້າ, ກ້າເຮັດແລະນຳໜ້າກະແສຂອງຍຸກສະໄໝ ເຊິ່ງໄດ້ອຸທິດຊີວິດໄວໜຸ່ມຂອງຕົນແລະສ້າງຄຸນງາມຄວາມດີອັນສຳຄັນເພື່ອການປະຕິຮູບ ເປີດປະຕູສູ່ພາຍນອກແລະການສ້າງສັງຄົມນິຍົມທີ່ທັນສະໄໝ!


ໃນຍຸກໃໝ່ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຄະນະຊາວໜຸ່ມກອມມູນິດຈີນໄດ້ຕັ້ງໜ້າເຂົ້າຮ່ວມພຶດຕິກຳຕົວຈິງທີ່ອະລັງການເພື່ອການຕໍ່ສູ້ທີ່ຍິ່ງໃຫຍ່, ໂຄງການທີ່ຍິ່ງໃຫຍ່,ພາລະກິດທີ່ຍິ່ງໃຫຍ່ແລະຄວາມໃຝ່ຝັນທີ່ຍິ່ງໃຫຍ່, ຊາວໜຸ່ມແລະສະມາຊິກຄະນະຊາວໜຸ່ມຈຳນວນມະຫາສານໄດ້ມີສະຕິຕື່ນຕົວໃນການແບກຫາບໜ້າທີ່ອັນສຳຄັນ, ລົງສູ່ຮາກຖານ, ສ້າງຜົນງານອັນສະຫງ່າລາສີຜ່ານການສູ້ຊົນເພື່ອບັນລຸຄວາມໃຝ່ຝັນຂອງຈີນໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດຈີນ ເຊິ່ງໄດ້ອຸທິດຊີວິດໄວໜຸ່ມຂອງຕົນ ແລະສ້າງຄຸນງາມຄວາມດີອັນສຳຄັນເພື່ອເຮັດໃຫ້ພາລະກິດຂອງພັກ ແລະປະເທດຊາດໄດ້ຮັບຜົນສຳເລັດຄັ້ງປະຫວັດສາດແລະເກີດມີການປ່ຽນແປງຄັ້ງປະຫວັດສາດ.

ຊາວໜຸ່ມແຕ່ລະຍຸກສະໄໝຕ່າງກໍໄດ້ສືບທອດແລະພັດທະນາພາລະກິດອັນດຽວກັນ. ເວົ້າສຳລັບພັກແລະປະເທດຊາດແລ້ວ, ຊາວໜຸ່ມແມ່ນຜູ້ທີ່ເປັນໜ້າຮັກແພງທີ່ສຸດແລະເປັນໜ້າຝາກຄວາມຫວັງໄວ້ນຳທີ່ສຸດ. ຊາວໜຸ່ມປຽບເໝືອນຕົ້ນໄມ້ນ້ອຍທີ່ກຳລັງເຕີບໃຫຍ່ຢ່າງເຂັ້ມແຂງຢູ່ບົນດິນແດນ, ຕ້ອງມີມື້ໃດມື້ໜຶ່ງຈະເຕີບໃຫຍ່ຂຶ້ນເປັນຕົ້ນໄມ້ໃຫຍ່ຢືນຢູ່ຄ້ຳຟ້າໄດ້.