ຫົວໜ້າກົມອາຊີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານນາງຄຳເພົາ ເອີນທະວັນ

CRI, May 12, 2022
Size:

ວັນທີ 10 ພຶດສະພານີ້, ທ່ານຫຼິວຈິງຊົງ ຫົວໜ້າກົມອາຊີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານນາງຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສປ ຈີນ.

ທ່ານຫຼິວຈິງຊົງກ່າວວ່າ, ຕອນເຊົ້າວັນທີ 10 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດຈີນຄົບຮອບ 100 ປີ ແລະ ກ່າວຄຳປາໄສສຳຄັນ ເຊິ່ງໄດ້ຊີ້ທິດເຍືອງທາງໃຫ້ແກ່ຂະບວນການຊາວໜຸ່ມ ແລະ ວຽກງານຊາວໜຸ່ມຂອງຈີນໃນຍຸກໃໝ່. ຈີນຍິນດີເພີ່ມທະວີການແລກປ່ຽນການຮ່ວມມືດ້ານວຽກງານຊາວໜຸ່ມກັບຝ່າຍລາວ, ອົບຮົມບົ່ມສ້າງຜູ້ສືບທອດທີ່ດີເດັ່ນຫຼາຍກວ່າເກົ່າ ເພື່ອພາລະກິດສັງຄົມນິຍົມຂອງສອງປະເທດ ແລະ ຄູ່ຮ່ວມຊາຕາກຳຈີນ-ລາວ.

ທ່ານນາງຄຳເພົາ ເອີນທະວັນກ່າວວ່າ, ຂ້າພະເຈົ້າຮູ້ສຶກເປັນກຽດທີ່ສຸດທີ່ໄດ້ເຂົ້າຮ່ວມກອງປະຊຸມສະເຫຼີມສະຫຼອງ ແລະ ໄດ້ຮັບຟັງຄຳປາໄສສຳຄັນຂອງທ່ານເລຂາທິການໃຫຍ່ສີຈິ້ນຜິງ. ຊາວໜຸ່ມແມ່ນອະນາຄົດຂອງພວກເຮົາ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຍິນດີເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອກັບຄະນະຊາວໜຸ່ມກອມມູນິດຈີນ, ເພີ່ມທະວີການແລກປ່ຽນແລະຮ່ວມມືກັນ ແລະ ຮ່ວມກັນຊຸກຍູ້ການພັດທະນາຂອງຊາວໜຸ່ມ.

ສອງຝ່າຍຍັງໄດ້ແລກປ່ຽນຄວາມເຫັນ ກ່ຽວກັບການເລືອກຕັ້ງຂອງເຂດບໍຫານພິເສດຮົງກົງຂອງຈີນ, ການຮ່ວມມືລະຫວ່າງຈີນແລະລາວ ລວມທັງບັນຫາສາກົນແລະພາກພື້ນອື່ນໆ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.