ສປປ ລາວສະໜັບສະໜູນຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ

CRI, May 10, 2022
Size:

ວັນທີ 3 ພຶດສະພານີ້, ທ່ານຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນປະຈຳ ສປປ ລາວໄດ້ເຂົ້າຢ້ຽມຄຳນັບທ່ານສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ເພື່ອແຈ້ງໃຫ້ທ່ານລັດຖະມົນຕີຊາບກ່ຽວກັບຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ ແລະ ໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບການຊຸກຍູ້ການຈັດຕັ້ງປະຕິບັດຂໍລິເລີ່ມດັ່ງກ່າວ.

ທ່ານຈ່ຽງຈ້າຍຕົ່ງກ່າວວ່າ: ໃນກອງປະຊຸມປະຈຳປີຂອງເວທີປຶກສາຫາລືອາຊີໂປອາວ 2022 ທີ່ຈັດຂຶ້ນໃນເດືອນແລ້ວນີ້, ທ່ານປະທານສີຈິ້ນຜິງ ໄດ້ສະເໜີຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກອອກມາເປັນຄັ້ງທຳອິດ. ຂໍ້ລິເລີ່ມດັ່ງກ່າວໄດ້ໃຫ້ຄຳຕອບຢ່າງຈະແຈ້ງຕໍ່ບັນຫາຂອງຍຸກສະໄໝ ຄື: “ໂລກນີ້ຕ້ອງການແນວຄວາມຄິດດ້ານຄວາມໝັ້ນຄົງແນວໃດ ແລະ ປະເທດຕ່າງໆຄວນເຮັດແນວໃດເພື່ອບັນລຸເປົ້າໝາຍຄວາມໝັ້ນຄົງຮ່ວມກັນ” ເຊິ່ງໄດ້ເປັນທິດຊີ້ນຳດ້ານແນວຄິດສຳຄັນໃຫ້ແກ່ການຊຸກຍູ້ການບໍລິຫານໂລກໃຫ້ມີຄວາມໝັ້ນຄົງ.

ທ່ານສະເຫຼີມໄຊ ກົມມະສິດກ່າວວ່າ: ທ່ານປະທານສີຈິ້ນຜິງໄດ້ສະເໜີຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກອອກມາແມ່ນພໍດີຖືກກັບກາລະເທສະ, ໂດຍສະເພາະຂໍ້ລິເລີ່ມດັ່ງກ່າວໄດ້ກ່າວເນັ້ນເຖິງຄວາມເອົາໃຈໃສ່ດ້ານຄວາມໝັ້ນຄົງທີ່ສົມເຫດສົມຜົນຂອງປະເທດຕ່າງໆ, ໂດຍຜ່ານຈາກການເພີ່ມທະວີການຮ່ວມມືກັນ ເພື່ອບັນລຸເປົ້າໝາຍຄວາມໝັ້ນຄົງຮ່ວມກັນ ເຊິ່ງໄດ້ສະໜອງທິດທາງ ແລະ ແນວຄວາມຄິດທີ່ຖືກຕ້ອງ ໃນການແກ້ໄຂບັນຫາອັນຮີບດ່ວນ ທີ່ປະຊາຄົມໂລກພວມປະເຊີນຢູ່. ສປປ ລາວສະໜັບສະໜູນຂໍ້ລິເລີ່ມ ແລະ ຍິນດີຮ່ວມກັບຝ່າຍຈີນຮ່ວມກັນຈັດຕັ້ງປະຕິບັດຂໍ້ລິເລີ່ມດັ່ງກ່າວ, ປະກອບສ່ວນຢ່າງຕັ້ງໜ້າ ເພື່ອຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ແລະ ປົກປັກຮັກສາສັນຕິພາບແລະຄວາມໝັ້ນຄົງຂອງໂລກ.