ກອງປະຊຸມແລກປ່ຽນພຸດທະສາສະໜາລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປະຈຳປີ 2022 ໄດ້ຈັດຂຶ້ນ

CRI, May 9, 2022
Size:

   ກອງປະຊຸມແລກປ່ຽນພຸດທະສາສະໜາລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປະຈຳປີ 2022 ເຊິ່ງ ແມ່ນສະມາຄົມພຸດທະສາສະ ໜາຈີນເປັນເຈົ້າພາບໄດ້ຈັດຂຶ້ນດ້ວຍຮູບແບບວີດີໂອໃນວັນທີ 7 ພຶດສະພານີ້. ຜູ້ຕາງໜ້າວົງການພຸດທະສາສະໜາທີ່ມາຈາກໄທ ມຽນມາ ຫວຽດນາມແລະປະເທດອື່ນໆເກືອບ 30 ອົງໄດ້ເຂົ້າຮ່ວມ ກອງປະຊຸມຜ່ານທາງອອນລາຍ.

   ຫົວຂໍ້ຂອງກອງປະຊຸມຄັ້ງນີ້ແມ່ນ“ໄຕ້ຕະກຽງໃນໃຈ ຮ່ວມກັນກ້າວໄປສູ່ ອະນາຄົດ”ໂດຍມີຈຸດປະສົງເພື່ອເພີ່ມທະວີມິດຕະພາບລະຫວ່າງວົງການພຸດທະ ສາສະໜາຈາກປະເທດລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຊຸກຊູ້ການແລກປ່ຽນຢ່າງກວ້າງຂວາງ. ບັນດາຝ່າຍທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ພາວະນາເພື່ອສັນຕິພາບ ສະຖຽນລະພາບຂອງລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແລະການຮ່ວມກັນກ້າວໄປ ສູ່ອະນາຄົດຂອງມວນມະນຸດພາຍຫຼັງເອົາຊະນະສະພາບການແຜ່ລະບາດຂອງພະຍາດໂຄວິດ-19.