ວັກຊິນໂຄວິດ-19 ງວດທຳອິດທີ່ຈີນແລະມຽນມາຮ່ວມມືກັນຜະລິດ ເລີ່ມສັກໃຫ້ປະຊາຊົນພາຍໃນປະເທດມຽນມາແລ້ວ

CRI, May 7, 2022
Size:

ກະຊວງສາທາລະນະສຸກມຽນມາແຈ້ງຂ່າວວ່າ: ເລີ່ມແຕ່ວັນທີ 4 ພຶດສະພານີ້ເປັນຕົ້ນໄປ, ວັກຊິນໂຄວິດ-19 ງວດທຳອິດທີ່ມີຈຳນວນ 1 ລ້ານຫຼອດ ທີ່ຈີນແລະມຽນມາຮ່ວມກັນຜະລິດ ໄດ້ເລີ່ມສັກໃຫ້ປະຊາຊົນມຽນມາແລ້ວ.

ວັກຊິນໂຄວິດ-19 ທີ່ຈີນແລະມຽນມາຮ່ວມມືກັນຜະລິດໄດ້ເລີ່ມຜະລິດຢ່າງເປັນທາງການແຕ່ວັນທີ 23 ມີນາຜ່ານມານີ້ ໂດຍຈີນໄດ້ສະໜອງວັກຊິນໃນແບບເຄິ່ງສຳເລັດຮູບແລ້ວມອບໃຫ້ໂຮງງານຜະລິດຢາມຽນມາບັນຈຸເຂົ້າຫຼອດ, ຄາດວ່າ, ງວດທຳອິດຈະສາມາດຜະລິດໄດ້ 10 ລ້ານຫຼອດ. ໂຄງການດັ່ງກ່າວໄດ້ເລີ່ມປະຕິບັດມາແຕ່ເດືອນກໍລະກົດປີ 2021, ຈາກນັ້ນໃນເດືອນກັນຍາໄດ້ເຊັນສັນຍາຮ່ວມມືທີ່ກ່ຽວຂ້ອງ ແລະ ໄດ້ຮັບການອະນຸມັດຈາກກະຊວງອຸດສາຫະກຳມຽນມາ.

ໂດຍອີງຕາມຕົວເລກຂໍ້ມູນຂອງກະຊວງສາທາລະນະສຸກມຽນມາ, ມາຮອດວັນທີ 30 ເມສາຜ່ານມານີ້, ການສັກວັກຊິນໂຄວິດ-19 ໄດ້ກວມເອົາ 91,9% ຂອງປະຊາກອນທີ່ມີອາຍຸ 18 ປີຂຶ້ນໄປ. ວັກຊິນໂຄວິດ-19 ທີ່ມຽນມາໄດ້ສັກໄປແລ້ວນັ້ນສ່ວນຫຼາຍແມ່ນຊື້ມາຈາກຈີນ ຫຼື ຈີນຊ່ວຍເຫຼືອ ເຊິ່ງໄດ້ມີບົດບາດສຳຄັນໃນການຊ່ວຍມຽນມາຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19.