ບົດຮຽນລຶບລ້າງຄວາມທຸກຍາກໄດ້ສະໜອງສະຕິປັນຍາແລະແຜນການຂອງຈີນໃຫ້ແກ່ພາລາກິດລຶບລ້າງຄວາມທຸກຍາກຂອງອາຊຽນ

CRI, May 6, 2022
Size:

ຫວ່າງມໍ່ໆານີ້ໃນໂອກາດໃຫ້ສຳພາດຕໍ່ນັກຂ່າວ, ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລາວໄດ້ແນະນຳສະພາບການກ່ຽວກັບປະເທດລາວໄດ້ນຳໃຊ້ບົດຮຽນລຶບລ້າງຄວາມທຸກຍາກຂອງປະເທດຈີນ. ແລະໄດ້ຕີລາຄາຢ່າງສູງຕໍ່ຜົນງານທີ່ຈີນໄດ້ຮັບໃນການລຶບລ້າງຄວາມທຸກຍາກ. ທ່ານສອນໄຊ ສີພັນດອນ ເຫັນວ່າ: ການກະທຳປະດິດສ້າງໃໝ່ຈຳນວນໜຶ່ງຂອງຈີນໃນການນຳໃຊ້ຕົວຈິງເຂົ້າໃນວຽກງານລຶບລ້າງຄວາມທຸກຍາກ, ໄດ້ສະໜອງບົດຮຽນໃໝ່ໃຫ້ແກ່ວຽກງານລຶບລ້າງຄວາມທຸກຍາກຂອງປະເທດລາວ. ຍົກຕົວຢ່າງຄື: ຮູບແບບການຊ່ວຍເຫຼືອຜູ້ທຸກຍາກແບບ “ສອງຕໍ່ສອງ”, ສາມາດສະໜອງຄວາມຄິດໃໝ່ຢ່າງຖືກຕ້ອງໃຫ້ແກ່ຜູ້ທຸກຍາກ, ໄດ້ຊ່ວຍເຫຼືອຜູ້ທຸກຍາກວາງແຜນການ, ຮ້ອງຂໍ້ເງິນທຶນ, ຂາຍສິນຄ້າແລະອື່ນໆ, ສິ່ງເຫຼົ່ານີ້ລ້ວນແຕ່ແມ່ນບົດບາດທີ່ມີປະສິດທິຜົນທີ່ດີ, ເປັນບົດຮຽນທີ່ດີທີ່ໜ້າຮ່ຳຮຽນນຳ.

 ຈີນແລະອາຊຽນແມ່ນຄູ່ຮ່ວມມືທີ່ເປັນປະຊາຄົມຮ່ວມກັນ. ໃນຫຼາຍປີມານີ້, ໃນຂະນະທີ່ປະເທດຈີນຊຸກຍູ້ຂະບວນການລຶບລ້າງຄວາມທຸກຍາກຂອງປະເທດຕົນ, ຈີນກໍໄດ້ແບ່ງປັນບົດຮຽນໃຫ້ກັບປະເທດທີ່ກ່ຽວຂ້ອງຂອງອາຊຽນ, ໄດ້ຊຸກຍູ້ການແລກປ່ຽນແລະຮ່ວມມືດ້ານການລຶບລ້າງຄວາມທຸກຍາກກັບສາກົນ. ປະເທດຈີນໄດ້ປະເຕິບັດຍຸດທະສາດລຶບລ້າງຄວາມທຸກຍາກຢ່າງຖືກຕ້ອງຕາມເປົ້າໝາຍທີ່ແນ່ນອນຢ່າງສຳເລັດຜົນ, ໄດ້ສະໜອງແນວຄິດທິດສະດີໃໝ່ໃຫ້ແກ່ປະເທດອາຊຽນໃນດ້ານການພັດທະນາແລະການລຶບລ້າງຄວາມທຸກຍາກ, ໄດ້ສະໜອງສະຕິປັນຍາແລະແຜນການຂອງຈີນໃຫ້ກັບອາຊຽນ.

ໃນເວລາຊຸກຍູ້ການຮ່ວມມືດ້ານການລຶບລ້າງຄວາມທຸກຍາກກັບອາຊຽນ, ຈີນໄດ້ເອົາໃຈໃສ່ສະໜອງບົດຮຽນແລະການໂອນເຕັກນິກ, ຖືເອົາການ “ຖ່າຍທອດຄວາມຮູ້” ເປັນສິ່ງສຳຄັນກວ່າ. ຍົກຕົວຢ່າງຄື: ໂຄງການແບບຢ່າງຂອງການຮ່ວມມືທີ່ຈີນໄດ້ຊ່ວຍເຫຼືອປະເທດລາວລຶບລ້າງຄວາມທຸກຍາກໃນຮູບແບບການຮ່ວມມືສອງຝ່າຍລາວ-ຈີນພາຍໃຕ້ການຊີ້ນຳນຳພາຂອງລັດຖະບານສອງປະເທດ, ການຮ່ວມມືໄດ້ຖືກຈັດຕັ້ງປະຕິບັດຢູ່ 3 ລ້ານແລະໄດ້ສຳເລັດ 16 ໂຄງການໃນການສ້າງຖື້ນຖານໂຄງລ່າງແລະສິ່ງກໍ່ສ້າງສາທາລະນະເຊັ່ນ: ການສ້າງຂົວ, ຖະໜົນໃນບ້ານ, ໄຟເຍື່ອງທາງທີ່ໃຊ້ພະລັງແສງຕາເວັນແລະອື່ນໆ; ໄດ້ຊຸກຍູ້ຊາວບ້ານໃນໂຄງການດັ່ງກ່າວຮ່ວມມືກັນ, ໄດ້ດຳເນີນການເຄື່ອນໄຫວຕ່າງໆເຊັ່ນ: ການລ້ຽງງົວ, ການປູກຜັກຢູ່ເຮືອນແກ້ວ, ການຕ່ຳຜ້າແລະອື່ນໆ.

ນອກນີ້, ຮູບການແບບລຶບລ້າງຄວາມທຸກຍາກຢ່າງຖືກຕ້ອງຕາມເປົ້າໝາຍທີ່ແນ່ນອນຂອງປະເທດຈີນໄດ້ກາຍເປັນບົດຮຽນໃຫ້ອາຊຽນໃນວຽກງານລຶບລ້າງຄວາມທຸກຍາກ. ຢູ່ປະເທດໄທໄດ້ສ້າງກົນໄກ “ໂຄງການລຶບລ້າງຄວາມທຸກຍາກແຫ່ງຊາດໄທ” ໂດຍຜ່ານການຮຽນເອົາບົດຮຽນນຳປະເທດຈີນ, ເພື່ອນຳໃຊ້ເຂົ້າໃນການເກັບຂໍ້ມູນຢູ່ເຂດທຸກຍາກແລະກຳນົດຄອບຄົວທຸກຍາກຢູ່ປະເທດໄທ. ທ່ານວິສະນຸ ເຄືອງາມ, ຮອງນາຍົກລັດຖະມົນຕີໄທກ່າວວ່າ: “ຄວນເອົາວິທີລຶບລ້າງຄວາມທຸກຍາກຕາມຫຼັກວິທະຍາສາດເຕັກນິກຂອງປະເທດຈີນ, ຮ່ວມມືກັບວິສາຫະກິດວິທະຍາສາດເຕັກນິກແລະດີຈີຕອນ, ກຳນົດຄອບຄົວທຸກຍາກຢ່າງຖືກຕ້ອງ, ອອກແຮງພັດທະນາກະສິກຳແລະສ້າງສາຊົນນະບົດ.”

ໃນຫຼາຍປີມານີ້, ໜັງສືພິມ “ນິວຢອກທາມສ໌” ຂອງອາເມຣິກາໄດ້ລົງພິມບົດຄວາມບົດໜຶ່ງໂດຍສົງໄສການລົງທຶນໃນໂຄງການລຶບລ້າງຄວາມທຸກຍາກຂອງຈີນ. ບົດຄວາມດັ່ງກ່າວໄດ້ລະບຸວ່າ: “ຈີນມີຄ່າໃຊ້ຈ່າຍຢ່າງໃຫຍ່ຫຼວງເພື່ອລຶບລ້າງຄວາມທຸກຍາກທີ່ສຸດ, ການກະທຳແບບນີ້ບໍ່ພຽງແຕ່ປະເທດທີ່ພວມພັດທະນາສ່ວນຫຼາຍບໍ່ສາມາດຮ່ຳຮຽນເອົາໄດ້ເທົ່ານັ້ນ, ຍິ່ງໄປກວ່ານັ້ນ, ແມ່ນແຕ່ປະເທດຈີນເອງກໍບໍ່ສາມາດດຳເນີນການລຶບລ້າງຄວາມທຸກຍາກໄດ້ຢ່າງຕໍ່ເນື່ອງເຊັ່ນກັນ.”

ຄົນອາເມຣິກາບໍ່ເຂົ້າໃຈ, ຫຼືວ່າທຳທ່າບໍ່ເຂົ້າໃຈ. ຍ້ອນວ່າຄວາມເວົ້າຂອງຄົນອາເມຣິກາເບິ່ງແລ້ວຄືສົມເຫດສົມຜົນ, ທີ່ຈິງແລ້ວຍ້ອນວ່າພວກເຂົາບໍ່ໄດ້ຊອກຮູ້ທັດສະນະແກນກາງຂອງນະໂຍບາຍ “ລຶບລ້າງຄວາມທຸກຍາກທີ່ຖືກຕ້ອງຕາມເປົ້າໝາຍທີ່ແນ່ນອນ” ຂອງຈີນ, ການລຶບລ້າງຄວາມທຸກຍາກຂອງປະເທດຈີນ, ບໍ່ແມ່ນເອົາເງິນໃຫ້ຜູ້ທຸກຍາກໂດຍກົງເພື່ອເຮັດໃຫ້ເຂົາເຈົ້າພົ້ນຈາກສະພາບຄວາມທຸກຍາກດອກ, ແຕ່ຫາກແມ່ນການລຶບລ້າງຄວາມທຸກຍາກດ້ວຍການສອນວິທີຕ່າງໆເພື່ອໃຫ້ສາມາດຫຼຸດພົ້ນຈາກຄວາມທຸກຍາກ, ກໍ່ຄືກັບສ້າງເວທີລຶບລ້າງທຸກຍາກແບບໜຶ່ງຂຶ້ນມາ, ແລ້ວສອນວິທີໃຫ້ປະຊາຊົນທຸກຍາກເດີນໄປຕາມເສັ້ນທາງຮັ່ງມີດ້ວຍຄວາມພະຍາຍາມຂອງຕົນ. ຈີນແລະອາຊຽນປະຕິບັດໂຄງການລຶບລ້າງຄວາມທຸກຍາກຢ່າງສຳເລັດຜົນ, ສິ່ງເຫຼົ່ານີ້ເປັນການຕອບໂຕ້ຄືນດີທີ່ສຸດຕໍ່ຖ້ອຍຄວາມຂອງອາເມຣິກາທີ່ສົງໄສໂຄງການລຶບລ້າງຄວາມທຸກຍາກຂອງປະເທດຈີນ.