ລັດຖະບານ ສປປ ລາວສົ່ງເສີມໃຫ້ປະຊາຊົນໄປສັກວັກຊິນໂຄວິດ-19 ເຂັມກະຕຸ້ນ

CRI, May 6, 2022
Size:

ຫວ່າງມໍ່ໆມານີ້, ທ່ານນາງພອນປະເສີດ ໄຊມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດແປດກະຊວງສາທາລະນະສຸກແຫ່ງ ສປປ ລາວກ່າວເນັ້ນວ່າ: ບຸກຄົນໃດໆທີ່ຮ້ອງຂໍໄປຕ່າງປະເທດຈະຕ້ອງສັກວັກຊິນໂຄວິດ-19 ເຂັມກະຕຸ້ນສາກ່ອນ. ທ່ານສະເໜີໃຫ້ປະຊາຊົນທີ່ສອດຄ່ອງກັບເງື່ອນໄຂໝົດທຸກຄົນ ຕ້ອງໄປສັກວັກຊິນເຂັມກະຕຸ້ນ ເພື່ອເພີ່ມພູມຕ້ານທານເຊື້ອພະຍາດໂຄວິດ-19, ໃນຂະນະດຽວກັນ, ຍັງຈະອຳນວຍຄວາມສະດວກໃຫ້ແກ່ຄົນທັງຫຼາຍຂໍໃບອະນຸຍາດ ເພື່ອເຂົ້າຮ່ວມກິດຈະກຳອື່ນໆ.

ໂດຍອີງຕາມຕົວເລກຂໍ້ມູນຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຫ່ງຊາດລາວໃຫ້ຮູ້ວ່າ, ມາຮອດປັດຈຸບັນນີ້, ມີປະຊາຊົນລາວເກືອບ 70% ໄດ້ສັກວັກຊິນໂຄວິດ-19 ໂດຍພື້ນຖານແລ້ວ, ແຕ່ອັດຕາການສັກວັກຊິນເຂັມກະຕຸ້ນຍັງຕ່ຳຢູ່, ປັດຈຸບັນ, ກວມພຽງ 19,4% ຂອງປະຊາກອນທົ່ວປະເທດ.

ມາຮອດວັນທີ 4 ພຶດສະພານີ້, ຜູ້ທີ່ຖືກບົ່ງມະຕິເປັນພະຍາດໂຄວິດ-19 ໃນທົ່ວປະເທດລາວລວມມີທັງໝົດ 208.111 ກໍລະນີ, ໃນນັ້ນ, ເສຊີວິດ 746 ຄົນ.