ທ່ານທູດຈີນປະຈຳລາວແລະທ່ານໄຊຊະນະ ສິດທິພອນໄປສຳຫຼວດເບິ່ງສະຖານີ ລົດໄຟໂພງໂຮງ

CRI, April 29, 2022
Size:

ວັນທີ 26 ເມສານີ້, ສະຖານີໂພນໂຮງຂອງທາງລົດໄຟຈີນ-ລາວໄດ້ເປີດ ບໍລິການຂົນສົ່ງສິນຄ້າຢ່າງເປັນທາງການ.ທ່ານຈ່ຽງຈ່າຍຕົ່ງ ເອກອັກຄະລັດຖະ ທູດ ສປ ຈີນປະຈຳ ສປປ ລາວແລະທ່ານໄຊຊະນະ ສິດທິພອນ ຮອງປະທານ ຄະນະກຳມະການຮ່ວມມືລາວ-ຈີນໄດ້ຮ່ວມກັນເດີນທາງໄປສຳຫຼວດເບິ່ງສະຖານີ ດັ່ງກ່າວ. ສະຖານີໂພນໂຮງແມ່ນສະຖານີບໍລິການຂົນສົ່ງໂດຍສານແລະສິນຄ້າທີ່ສຳຄັນຂອງແຂວງວຽງຈັນຂອງລາວເຊິ່ງມີບົດບາດສຳຄັນໃນການຊຸກຍູ້ການສົ່ງອອກສິນຄ້າຢູ່ພາກກາງຂອງລາວ.

ທ່ານຈ່ຽງຈ່າຍຕົ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງເຕັມສ່ວນຕໍ່ຜົນງານ ຂອງວິສາຫະກິດໂດຍທ່ານກ່າວວ່າ: ນັບແຕ່ທາງລົດໄຟຈີນ-ລາວເປີດໃຫ້ບໍລິການ ເປັນຕົ້ນມາ, ທີມງານບໍລິການຂອງສອງຝ່າຍໄດ້ຕັ້ງໜ້າຈັດຕັ້ງປະຕິບັດເນື້ອໃນຈິດໃຈທິດຊີ້ນຳທີ່ສຳຄັນຂອງທ່ານເລຂາທິການໃຫຍ່ຂອງສອງພັກຈີນ-ລາວທີ່ກ່າວໃນພິທີເປີດບໍລິການແລ່ນລົດໄຟຈີນ-ລາວ ເຊິ່ງໄດ້ຊຸກຍູ້ວຽກງານບໍລິການໃຫ້ເດີນແມ່ນແລ່ນສະດວກ. ທ່ານໄດ້ກ່າວເນັ້ນໜັກວ່າ: ສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ມັກເກີດຂຶ້ນເລື້ອຍໆແລະສະຖານະການສາກົນໄດ້ຜັນແປໄປຢ່າງສັບ ສົນເຊິ່ງກະທົບເຖິງຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງ, ສະນັ້ນ, ທາງລົດໄຟຈີນ-ລາວຈຶ່ງມີບົດບາດທີ່ພົ້ນເດັ່ນກວ່າເກົ່າໃນດ້ານການຮັບປະກັນການຂົນສົ່ງແລະການສະໜອງໃຫ້ໝັ້ນທ່ຽງ, ນີ້ແມ່ນສິ່ງທ້າທາຍທັງແມ່ນກາລະໂອກາດ, ຫວັງວ່າທີມງານຂອງສອງຝ່າຍຈະເສີມຂະຫຍາຍທ່າແຮງແລະຂຸດຄົ້ນຄວາມສາມາດບົ່ມຊ້ອນຕື່ມອີກ, ໃຫ້ບໍລິການຢ່າງຕັ້ງໜ້າແລະເປັນເຈົ້າການກວ່າເກົ່າ ທັງຮັບປະກັນການຮ່ວມມືຕົວຈິງລະຫວ່າງຈີນ-ລາວ.

ທ່ານໄຊຊະນະ ສິດທິພອນກ່າວວ່າ, ທາງລົດໄຟລາວ-ຈີນແມ່ນໂຄງການ ທີ່ເປັນສັນຍາລັກມິດຕະພາບລາວ-ຈີນແລະສັນຍາລັກຂອງການສ້າງໜຶ່ງແລວໜຶ່ງເສັ້ນທາງ, ທັງແມ່ນໝາກຜົນສຳຄັນຂອງລາວເພື່ອຊຸກຍູ້ການຫັນປະເທດທີ່ບໍ່ມີທາງອອກສູ່ທະເລໃຫ້ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດໃນພາກພື້ນ. ການເປີດບໍລິການທາງລົດໄຟລາວ-ຈີນໄດ້ສ້າງເງື່ອນໄຂທີ່ສະດວກກວ່າເກົ່າໃຫ້ແກ່ການຮ່ວມມືຕົວຈິງລະຫວ່າງສອງຊາດ, ຄະນະກຳມະການຮ່ວມມືລາວ-ຈີນຈະສືບຕໍ່ປະສານງານກັບພາກສ່ວນອື່ນໆທີ່ກ່ຽວຂ້ອງເພື່ອສະໜັບສະໜູນວຽກງານບໍລິການຂອງສະຖານີ, ເລັ່ງກໍ່ສ້າງໂຄງລ່າງພື້ນຖານຂອງທາງລົດໄຟຕະຫຼອດສາຍໃຫ້ຄົບຊຸດ, ຍົກລະດັບຄວາມສະດວກດ້ານການຂົນສົ່ງສິນຄ້າຂອງທາງລົດໄຟລາວ-ຈີນໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ.

ນັບມາຮອດວັນທີ 26 ເມສານີ້, ທາງລົດໄຟຈີນ-ລາວຕອນຢູ່ປະເທດລາວໄດ້ຂົນສົ່ງຜູ້ໂດຍສານລວມທັງໝົດໄດ້ເກືອບ 300.000 ເທື່ອຄົນ, ຂົນສົ່ງສິນຄ້າ ໄດ້ຫຼາຍກວ່າ 440.000 ໂຕນ, ໃນນັ້ນສິນຄ້າຂ້າມຊາຍແດນມີປະມານ 300.000 ໂຕນ.