ປະລິມານສິນຄ້າຂົນສົ່ງໂດຍຂະບວນລົດໄຟຈີນ-ຫວຽດນາມເພີ່ມຂຶ້ນຢ່າງຕໍ່ເນື່ອງ

CRI, April 27, 2022
Size:

    ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ປະລິມານສິນຄ້າຂົນສົ່ງໂດຍຂະບວນລົດໄຟຈີນ-ຫວຽດນາມ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ອີງຕາມຂໍ້ມູນສະຖິຕິຂອງດ່ານພາສີເຂດກວາງຊີຈີນໃຫ້ຮູ້ວ່າ: ໃນໄຕມາດທີ 1 ປີນີ້, ດ່ານລົດໄຟເມືອງພີງຊຽງເຂດກວາງຊີຈີນໄດ້ຕິດຕາມຄຸ້ມຄອງສິນຄ້າຂາເຂົ້າຂາອອກບັນລຸເຖິງ 2 ແສນ 2 ພັນໂຕນ, ເພີ່ມຂຶ້ນ 95,8% ເມື່ອທຽບໃສ່ໄລຍະດຽດກັນປີກາຍນີ້. ຍອດມູນຄ່າສິນຄ້າທີ່ຜ່ານດ່ານລົດໄຟເມືອງພີງຊຽງ ໄດ້ບັນລຸເຖິງ 6,32 ຕື້ຢວນ, ເພີ່ມຂຶ້ນ 240,7% ເມື່ອທຽບໃສ່ໄລຍະດຽວກັນປີກາຍນີ້.
     ນັບແຕ່ປະຕິບັດນະໂຍບາຍ RCEP 
ເປັນຕົ້ນມາ, ພາສີສິນຄ້າໄດ້ຖືກຫຼຸດລົງ ຫຼື ຍົກເວັ້ນຕື່ມອີກ ເຊິ່ງໄດ້ກະຕຸກຊຸກຍູ້ຄວາມສາມາດການເພີ່ມຂຶ້ນຂອງສິນຄ້າຂາເຂົ້າຂ້າອອກທີ່ຂົນສົ່ງໂດຍຂະບວນລົດໄຟພາຍໃຕ້ຂອບ RCEP ຢ່າງເຕັມສ່ວນ. ພາກສ່ວນທາງລົດໄຟຈີນແຈ້ງໃຫ້ຮູ້ວ່າ, ໃນໄຕມາດທີ 1 ປີນີ້, ຂະບວນລົດໄຟຈີນ-ຫວຽດນາມທີ່ຜ່ານດ່ານລົດໄຟພີງຊຽງໄດ້ມີ 98 ຖ້ຽວ ໂດຍໄດ້ຂົນສົ່ງຕູ້ຄອນເທັນເນີ 2.940 ຕູ້.