ລັດຖະບານໄທປັບມູນຄ່າປະກັນໄພສຸຂະພາບສຳລັບນັກທ່ອງທ່ຽວຕ່າງປະເທດລົງໃຫ້ເຫຼືອໜຶ່ງໝື່ນໂດລາ

CRI, April 26, 2022
Size:

ວັນທີ 22 ເມສານີ້, ກອງປະຊຸມ ສູນຄວບຄຸມພະຍາດໂຄວິດ-19 ຂອງລັດຖະບານໄທໄດ້ຕົກລົງວ່າ ຈະປັບມູນຄ່າປະກັນໄພສຸຂະພາບສຳລັບນັກທ່ອງທ່ຽວຕ່າງປະເທດໃຫ້ເຫຼືອໜຶ່ງໝື່ນໂດລາສະຫະລັດ, ແຕ່ໃບອະນຸຍາດເຂົ້າໄທ ຍັງສືບຕໍ່ໃຊ້ອີກ.

ສຳລັບນັກທ່ອງທ່ຽວຕ່າງປະເທດທີ່ໄດ້ສັກວັກຊີນຄົບເຂັມແລ້ວ ພຽງແຕ່ຕ້ອງສະເໜີໃບຢັ້ງຢືນການສັກວັກຊີນ ແລະ ການປະກັນໄພສຸຂະພາບທີ່ມີມູນຄ່າບໍ່ຕ່ຳກວ່າໜຶ່ງໝື່ນໂດລາ ໃນເວລາຮ້ອງຂໍໃບອະນຸຍາດເຂົ້າໄທຜ່ານທາງອອນລາຍເທົ່ານັ້ນ ກໍສາມາດເຂົ້າແດນປະເທດໄທໄດ້ ໂດຍຍົກເວັ້ນການກັກບໍລິເວນ. ສ່ວນນັກທ່ອງທ່ຽວຕ່າງປະເທດທີ່ບໍ່ໄດ້ສັກວັກຊີນຄົບເຂັມນັ້ນ ຈະແບ່ງເປັນສອງກໍລະນີ ຄື: ກໍລະນີທີໜຶ່ງ, ໃນເວລາຮ້ອງຂໍໃບອະນຸຍາດດັ່ງກ່າວ ໃຫ້ສະເໜີໃບຢັ້ງຢືນການຈອງໂຮງແຮມກັກບໍລິເວນເປັນເວລາ 5 ວັນ ພ້ອມດ້ວຍການປະກັນໄພສຸຂະພາບທີ່ມີມູນຄ່າບໍ່ຕ່ຳກວ່າໜຶ່ງໝື່ນໂດລາ, ຫຼັງຈາກເຂົ້າແດນແລ້ວ ຕ້ອງກັກບໍລິເວນຢູ່ໂຮງແຮມທີ່ຈອງໄວ້ລ່ວງໜ້ານັ້ນເປັນເວລາ 5 ວັນ, ເມື່ອການກວດນິວຄຣິອິກໃນມື້ທີ 5 ເປັນຜົນລົບ ກໍສາມາດເຄື່ອນໄຫວໄດ້ຢ່າງເສລີ; ອີກກໍລະນີກໍຄື, ໃນເວລາຮ້ອງຂໍໃບອະນຸຍາດ, ໃຫ້ສະເໜີໃບຢັ້ງຢືນການກວດນິວຄຣີອິກເປັນຜົນລົບສະບັບພາສາອັງກິດພາຍໃນ 72 ຊົ່ວໂມງກ່ອນອອກເດີນທາງ, ຫຼັງຈາກເຂົ້າແດນປະເທດໄທແລ້ວ ບໍ່ຈຳເປັນການກັກບໍລິເວນ.