ແຂວງກ່ານຊູ້ເປີດຂະບວນລົດໄຟຂົນສົ່ງສິນຄ້າສາກົນຕາມທາງລົດໄຟລາວ-ຈີນຖ້ຽວທຳອິດ

CRI, April 26, 2022
Size:

ຕອນເຊົ້າວັນທີ 21 ເມສານີ້, ແຂວງກ່ານຊູ້ປະເທດຈີນ ໄດ້ຂົນສົ່ງສິນຄ້າທີ່ຜະລິດຢູ່ແຂວງຕົນໄປສູ່ຕ່າງປະເທດ ໂດຍຜ່ານທາງລົດໄຟລາວ-ຈີນເປັນຄັ້ງທຳອິດ. ລົດໄຟຂະບວນນີ້ຈະອອກຈາກດ່ານບໍ່ຫານ ແຂວງຢູນນານປະເທດຈີນ ແລະຈະຂົນສົ່ງຜ່ານນະຄອນຫຼວງວຽງຈັນ ປະເທດລາວ. ສິນຄ້າຈະຖຶກຂົນສົ່ງໄປສູ່ຈຸດໝາຍປາຍທາງໂດຍກົງ ໂດຍຄາດຄະເນຈະໃຊ້ເວລາປະມານ 12 ມື້.

ພະແນກການຄ້າແຂວງກ່ານຊູ້ ປະເທດຈີນ ໄດ້ແຈ້ງໃຫ້ຮູ້ວ່າ: ເສັ້ນທາງສາກົນນະຄອນຕຸ່ນຮວງ-ນະຄອນຫຼວງວຽງຈັນ-ນະຄອນຫຼວງບາງກອກ ຕາມທາງລົດໄຟລາວ-ຈີນ ເປັນເສັ້ນທາງຂົນສົ່ງສາກົນອີກສາຍໜຶ່ງລະຫວ່າງແຂວງກ່ານຊູ້ກັບປະເທດອາຊີຕາເວັນອອກສຽງໃຕ້ ທີ່ມີປະສິດທິພາບສູງ, ປະຢັດ, ປອດໄພ ແລະສະດວກ. ເມື່ອທຽບກັບການຂົນສົ່ງທາງທະເລທີ່ໃຊ້ເວລາ 40 ວັນແລ້ວ, ການຂົນສົ່ງດ້ວຍທາງລົດໄຟຈາກນະຄອນຕຸ່ນຮວງ ຫານະຄອນຫຼວງບາງກອກ ສາມາດປະຢັດເວລາຂົນສົ່ງໄດ້ 28 ມື້, ເວລາ ແລະຕົ້ນທຶນໃນການຂົນສົ່ງໄດ້ຫຼຸດລົງຢ່າງຫຼວງຫຼາຍ ເມື່ອທຽບກັບໄລຍະກ່ອນເປີດນຳໃຊ້ທາງລົດໄຟລາວ-ຈີນ ເຊິ່ງໄດ້ສ້າງຊ່ອງທາງໃໝ່ໃຫ້ກັບແຂວງກ່ານຊູ້ ໃນການນຳໃຊ້ທາງລົດໄຟລາວ-ຈີນເພື່ອພັດທະນາການຄ້າຂາເຂົ້າ-ຂາອອກ, ພ້ອມທັງໄດ້ເພີ່ມທະວີການຮ່ວມມືດ້ານການຂົນສົ່ງສິນຄ້າລະຫວ່າງແຂວງກ່ານຊູ້ ກໍຄືພາກຕາເວັນຕົກສຽງເໜືອປະເທດຈີນ ກັບປະເທດຕ່າງໆໃນສັນຍາ RCEP.