ສິນຄ້າຂາເຂົ້າ-ຂາອອກຜ່ານທາງລົດໄຟລາວ-ຈີນໃນໄຕມາດທຳອິດປີນີ້ມີຫຼາຍກວ່າ 270.000 ໂຕນ

CRI, April 25, 2022
Size:

ໃນໄຕມາດທຳອິດປີນີ້, ສິນຄ້າຂາເຂົ້າ-ຂາອອກຜ່ານທາງລົດໄຟລາວ-ຈີນ ທີ່ໄດ້ຜ່ານການກວດກາແລະອະນຸມັດຈາກດ່ານພາສີຄຸນມິງປະເທດຈີນ ມີປະມານ 276.000 ໂຕນ ແລະ ມີມູນຄ່າ 2,9 ຕື້ຢວນ. ໃນນັ້ນ, ສິນຄ້າສົ່ງອອກມີເຖິງ 9 ໝື່ນໂຕນ, ສ່ວນຫຼາຍແມ່ນເຄື່ອງໃຊ້ປະຈຳວັນ ແລະ ຜະລິດຕະພັນກົນຈັກແລະເຄື່ອງໄຟຟ້າ; ສິນຄ້ານຳເຂົ້າມີເຖິງ 185.800 ໂຕນ, ສ່ວນຫຼາຍແມ່ນຢາງພາລາ, ແຮ່ທາດເຫຼັກ, ຖ່ານດັງໄຟ ແລະ ຜະລິດຕະພັນກະສິກຳແລະແຮ່ທາດອື່ນໆຈາກປະເທດອາຊີຕາເວັນອອກສຽງໃຕ້.