ປະເທດພາຄີໃນສັນຍາ RCEP ໃນໄຕມາດທຳອິດປີນີ້ບັນລຸຫຼາຍກວ່າ 44 ຕື້ຢວນ

CRI, April 25, 2022
Size:

ດ່ານພາສີນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນແຈ້ງຂ່າວວ່າ: ໄຕມາດທຳອິດປີ 2022, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກລະຫວ່າງເຂດກວາງຊີຈີນກັບປະເທດພາຄີໃນສັນຍາ RCEP ມີເຖິງ 44,22 ຕື້ຢວນ ເຊິ່ງກວມເອົາ 43,7% ຂອງຍອດມູນຄ່າການຄ້າກັບຕ່າງປະເທດຂອງເຂດກວາງຊີ. ດ່ານພາສີນະຄອນໜານໜິງໄດ້ອອກ “ບັນຊີລາຍຊື່ສິນຄ້າ 3 ປະເພດ” ເພື່ອອຳນວຍຄວາມສະດວກໃຫ້ວິສາຫະກິດນຳໃຊ້ນະໂຍບາຍພິເສດຕ່າງໆໃນສັນຍາ RCEP ເພື່ອຫຼຸດຕົ້ນທຶນຂາເຂົ້າ-ຂາອອກໃຫ້ຕ່ຳລົງ.

ທ່ານຈຽງຈື້ຮວນ ຫົວໜ້າຂະແໜງພາສີຂອງດ່ານພາສີນະຄອນໜານໜິງກ່າວວ່າ: ດ່ານພາສີໜານໜິງຈະສືບຕໍ່ຕິດຕາມເບິ່ງກັບສະພາບການລະອຽດດ້ານອຸດສາຫະກຳສຳຄັນຕ່າງໆຂອງເມືອງແລະນະຄອນຕ່າງໆຂອງເຂດກວາງຊີ, ແລ້ວຈະເປີດເຜີຍໂຄງການວຽກງານທີ່ກ່ຽວຂ້ອງ, ຈະຈັດເອົາລາຍການໃນ “ບັນຊີລາຍຊື່ສິນຄ້າ 3 ປະເພດ” ສຳລັບ RCEP ໃຫ້ສາມາດນຳໃຊ້ຕົວຈິງ ເພື່ອຊ່ວຍວິສາຫະກິດເຂດກວາງຊີເຂົ້າໃຈແຈ້ງກັບສິນຄ້າທີ່ຈະຫຼຸດພາສີ ແລະ ສາມາດປະຕິບັດໄດ້ຈິງ, ເຮັດໃຫ້ນະໂຍບາຍ RCEP ສ້າງຜົນປະໂຫຍດໃຫ້ແກ່ວິສາຫະກິດເຂດກວາງຊີຢ່າງແທ້ຈິງ.