ທ່ານພັນຄຳ ວິພາວັນ ສະເໜີໃຫ້ວົງຄະນາຍາດສາກົນຄວນສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດວິທະຍາສາດການແພດ ແລະ ອື່ນໆ

CRI, April 25, 2022
Size:

ກອງປະຊຸມປະຈຳປີ 2022 ຂອງເວທີປຶກສາຫາລືອາຊີໂປອາວພວມຈັດຂຶ້ນຢູ່ເມືອງໂປອາວແຂວງໄຫຫຼຳ ສປ ຈີນ, ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວໄດ້ກ່າວຄຳປາໄສໃນພິທີໄຂກອງປະຊຸມທີ່ຈັດຂຶ້ນໃນຕອນເຊົ້າວັນທີ 21 ເມສານີ ໂດຍຜ່ານທາງວິດີໂອ.

ທ່ານພັນຄຳ ວິພາວັນກ່າວວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສ້າງຜົນກະທົບໃຫ້ແກ່ການຟື້ນຄືນແລະການພັດທະນາຂອງເສດຖະກິດໂລກຢ່າງໜັກໜ່ວງ. ທ່ານໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນ ສປປ ລາວ, ຂໍສະແດງຄວາມຂອບໃຈຕໍ່ປະເທດແລະອົງການຈັດຕັ້ງສາກົນຕ່າງໆຊ່ວຍປະເທດລາວຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ບົນຈິດໃຈມິດຕະພາບ ໂດຍສະເພາະແມ່ນຂໍສະແດງຄວາມຂອບໃຈເປັນພິເສດຕໍ່ລັດຖະບານແລະປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ຝ່າຍລາວໃນຫຼາຍດ້ານ.

ທ່ານພັນຄຳ ວິພາວັນໄດ້ວາງຂໍ້ສະເໜີ 3 ຂໍ້ຕໍ່ການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ດັ່ງຕໍ່ໄປນີ້: ໜຶ່ງ, ວົງຄະນາຍາດສາກົນຄວນືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດວິທະຍາສາດການແພດ. ສອງ, ຄວນສຸມໃສ່ການຮ່ວມມືກັນ, ລຶບລ້າງຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ມີຕໍ່ການພັດທະນາຂອງເສດຖະກິດສັງຄົມ ເພື່ອເຮັດໃຫ້ໂລກຟື້ນຟູການເຊື່ອມໂຍງເຊື່ອມຈອດກັນ. ສາມ, ສືບຕໍ່ເພີ່ມທະວີການຮ່ວມມືສາກົນແລະພາກພື້ນ ບົນພື້ນຖານທີ່ມີຢູ່ໃນປັດຈຸບັນ ເພື່ອຊຸກຍູ້ການຟື້ນຄືນແລະການພັດທະນາເສດຖະກິດ ຫຼັງການແຜ່ລະບາດຂອງພະຍາດໂຄວິດ-19.

ທ່ານພັນຄຳ ວິພາວັນກ່າວຕື່ມວ່າ: ສປປ ລາວຮູ້ສຶກພາກພູມໃຈທີ່ສຸດທີ່ໄດ້ເຂົ້າຮ່ວມການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ”, ທາງລົດໄຟລາວ-ຈີນ ທີ່ເປັນໂຄງການຮ່ວມມືສຳຄັນພາຍໃຕ້ຂອບ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເປີດນຳໃຊ້ຢ່າງເປັນທາງການແລ້ວ, ຈະຊຸກຍູ້ການຮ່ວມມືໃນພາກພື້ນແລະອະນຸພາກພື້ນຕື່ມອີກ ເຊິ່ງກໍຈະຊ່ວຍໃຫ້ລຶບລ້າງຜົນກະທົບທາງລົບທີ່ໄດ້ມາຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ການບັນລຸການເຊື່ອມໂຍງເຊື່ອມຈອດຂອງພາກພື້ນ.