ສະຖານທູດລາວປະຈຳ ສ​ປ ຈີນຈັດງານບາສີສູ່ຂວັນປີໃໝ່ລາວພສ 2565

CRI, April 21, 2022
Size:

ຕອນເຊົ້າວັນທີ 13 ເມສາ 2022, ສະຖານເອກອັກຄະລັດຖະທູດລາວປະຈຳ ສປ ຈີນຢູ່ນະຄອນຫຼວງປັກກິ່ງ ຈັດງານບາສີສູ່ຂວັນເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2565 ເພື່ອເປັນການບໍ່ລະຮີດໃຫ້ໝອງ ບໍ່ລະຄອງໃຫ້ເສົ້າ ພ້ອມທັງສ້າງຄວາມສາມັກຄີຮັກແພງພາຍໃນ ແລະອວຍພອນປີໃໝ່ລາວເຊິ່ງກັນແລະກັນ.  ມີທ່ານນາງຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ພ້ອມດ້ວຍພະນັກງານພາຍໃນສະຖານທູດເຂົ້າຮ່ວມ.