ສານສູງສຸດຂອງໄທໄດ້ສັ່ງຈັບທ່ານນາງຍິ່ງລັກ ຊິນນະວັດອີກຄັ້ງໃໝ່

CRI, April 20, 2022
Size:

ວັນທີ 19 ເມສານີ້, ສານສູງສຸດຂອງໄທ ໄດ້ຈັດຟັງຄຳໃຫ້ການຄັ້ງທີ 1 ກ່ຽວກັບຄະດີທີ່ຄະນະກຳມະການຕ້ານການສໍ້ລາດບັງຫຼວງແຫ່ງຊາດໄທໄດ້ກ່າວຟ້ອງ 6 ຄົນທີ່ລວມທັງທ່ານນາງຍິ່ງລັກ ຊິນນະວັດ ອະດີດນາຍົກລັດຖະມົນຕີໄທ ດ້ວຍຂໍ້ກ່າວຫາໃຊ້ສິດໄປໃນທາງທີ່ບໍ່ຖືກຕ້ອງ, ແຊກແຊງການແຂ່ງຂັນທີ່ຍຸຕິທຳ, ສໍ້ໂກງ ແລະອື່ນໆ.

ທ່ານນາງຍິ່ງລັກ ຊິນນະວັດ ອະດີດນາຍົກລັດຖະມົນຕີໄທ ທີ່ເປັນຜູ້ຕ້ອງຫາທີ 1 ໄດ້ມອບສິດໃຫ້ທະນາຍຄວາມມາຂຶ້ນສານແທນ, ສ່ວນຜູ້ຕ້ອງຫາຄົນອື່ນໆຕ່າງກໍໄດ້ຂຶ້ນສານເອງ ແລະໄດ້ປະຕິເສດຂໍ້ກ່າວຫາທັງໝົດ, ພ້ອມທັງໄດ້ຮຽກຮ້ອງໃຫ້ຍືດເວລາມອບຫຼັກຖານໃຫ້ສານ ເຊິ່ງໄດ້ຮັບການເຫັນດີຈາກສານ. ສານສູງສຸດຂອງໄທໄດ້ກຳນົດແລ້ວວ່າ: ຈະຈັດຟັງຄຳໃຫ້ການອີກຄັ້ງໜຶ່ງໃນເວລາ 9:30 ຂອງຕອນເຊົ້າວັນທີ 12 ກັນຍາປີນີ້.

ພ້ອມກັນນີ້, ສານສູງສຸດຂອງໄທໄດ້ສັ່ງຈັບທ່ານນງຍິ່ງລັກ ຊິນນະວັດ ດ້ວຍສາເຫດບໍ່ມາຂຶ້ນສານໂດຍບໍ່ມີເຫດຜົນ ແລະໄດ້ອະນຸຍາດໃຫ້ຄະນະກຳມະການຕ້ານການສໍ້ລາດບັງຫຼວງແຫ່ງຊາດໄທຈັບທ່ານນາງຍິ່ງລັກ ຊິນນະວັດ. ກ່ອນໜ້ານີ້, ສານສູງສຸດຂອງໄທ ໄດ້ສັ່ງຈັບທ່ານນາງຍິ່ງລັກ ຊິນນະວັດ ທີ່ພັດຖິ່ນຢູ່ຕ່າງປະເທດຫຼາຍເທື່ອແລ້ວ.