ໄທຫວັງຢາກເປີດກວ້າງການສົ່ງສິນຄ້າສູ່ຈີນໃຫ້ຫຼາຍກວ່າເກົ່າ

CRI, April 20, 2022
Size:


ຫວ່າງກ່ອນນີ້ບໍ່ດົນ ໃນເວລາໃຫ້ສຳພາດຕໍ່ນັກຂ່າວຂ່າວສານຊິນຮວາ, ທ່ານຈຸຣິນ ລັກສະນະວິສິດ ຮອງນາຍົກລັດຖະມົນຕີໄທ ທັງເປັນລັດຖະມົນຕີກະຊວງການຄ້າໄທໄດ້ກ່າວວ່າ: ການຮ່ວມມືທາງດ້ານເສດຖະກິດການຄ້າລະຫວ່າງໄທກັບຈີນມີທ່ວງທ່າທີ່ດີ, ຫວັງໃຫ້ຍອດມູນຄ່າການຄ້າສອງຝ່າຍສືບຕໍ່ຮັກສາທ່ວງທ່າເຕີບໂຕທີ່ແຂງແຮງ, ຂະນະດຽວກັນ ໄທຈະເປີດກວ້າງການສົ່ງສິນຄ້າສູ່ຈີນໃຫ້ຫຼາຍກວ່າເກົ່າ.

ຈີນເປັນຄູ່ການຄ້າໃຫຍ່ອັນດັບ1ຂອງໄທ, ເປັນຕະຫຼາດສົ່ງອອກຜະລິດຕະພັນກະສິກຳທີ່ສຳຄັນຂອງໄທ. ທ່ານຈຸຣິນກ່າວວ່າ: ການຮ່ວມມືດ້ານການຄ້າລະຫວ່າງໄທກັບຈີນແໜ້ນແຟ້ນຫຼາຍ, ໄດ້ກາຍເປັນການຮ່ວມມືທາງການຄ້າທີ່ມີຫຼາຍລະດັບແລະຫຼາຍຊ່ອງທາງ ເຊິ່ງລວມທັງ“ສັນຍາສາຍພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ” ຫຼື RCEP, ເຂດການຄ້າເສລີຈີນ-ອາຊຽນ ແລະອື່ນໆ.

ທ່ານຈຸຣິນກ່າວວ່າ: RCEP ໃນຖານະເປັນສັນຍາການຄ້າເສລີໃຫຍ່ກວ່າໝູ່ໃນທົ່ວໂລກທີ່ມີຜົນບັງຄັບໃຊ້ຢ່າງເປັນທາງການ, ເຊິ່ງເຮັດໃຫ້ປະເທດສະມາຊິກຕ່າງໆ ເຊິ່ງລວມທັງປະເທດໄທໄດ້ຮັບຜົນປະໂຫຍດນຳກັນ, ສາມາດຊົມໃຊ້ມາດຕະການທີ່ດີໃນຂົງເຂດຕ່າງໆເຊັ່ນ: ການຄ້າແລະການລົງທຶນເປັນຕົ້ນ.