ທ່ານວາງຢີ້ແລກປ່ຽນຄຳຄິດເຫັນກັບທ່ານບຸຍແທັງເຊີ່ນ ລັດຖະມົນຕີການຕ່າງປະເທດຫວຽດນາມ

CRI, April 19, 2022
Size:

ວັນທີ14ເມສານີ້, ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ແລກປ່ຽນຄຳຄິດເຫັນກັບທ່ານບຸຍແທັງເຊີ່ນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມຜ່ານທາງໂທລະສັບ.

ທ່ານວາງຢີ້ກ່າວວ່າ: ຈີນຍິນດີສືບຕໍ່ໃຫ້ການຊ່ວຍເຫຼືອຫວຽດນາມໃນການຕ້ານກັບພະຍາດໂຄວິດ-19. ທັງຫວັງວ່າສອງຝ່າຍຈະສ້າງ “ຊ່ອງທາງສີຂຽວ” ທີ່ສະດວກກວ່າເກົ່າເພື່ອນຳເຂົ້າຜະລິດຕະພັນກະສິກຳທີ່ຄຸນນະພາບດີຂອງຫວຽດນາມເຂົ້າສູ່ປະເທດຈີນ.

ທ່ານບຸຍແທັງເຊີ່ນກ່າວວ່າ: ຫວຽດນາມໄດ້ໃຫ້ບູລິມະສິດໂດຍຖືເອົາສາຍພົວພັນກັບຈີນເປັນນະໂຍບາຍກັບຕ່າງປະເທດຂອງຫວຽດນາມມາໂດຍຕະຫຼອດ, ແລະຍິນດີຮ່ວມກັນກັບຈີນຈັດຕັ້ງປະຕິບັດ “ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້”.

ສອງຝ່າຍຍັງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບບັນຫາອູແກຣນ.ທ່ານວາງຢີ້ກ່າວວ່າ: ອາເມຣິກາມີເຈດຕະນາຢາກຂະຫຍາຍການຈັດຕັ້ງປະຕິບັດ “ຍຸດທະສາດອິນໂດ-ປາຊີຟິກ” ເພື່ອເຮັດໃຫ້ສະຖານະການພາກພື້ນເຄັ່ງຕຶງຂຶ້ນ. ພວກເຮົາຕ້ອງບໍ່ໃຫ້ເລື່ອງອັນໂສກເສົ້າຄືກັບອູແກຣນເກີດຂຶ້ນອີກຢູ່ເຂດໃກ້ຄຽງພວກເຮົາ.

   ທ່ານບຸຍແທັງເຊີ່ນກ່າວວ່າ: ຫວຽດນາມຈະສືບຕໍ່ແລກປ່ຽນຄຳຄິດເຫັນກ່ຽວກັບບັນຫາອູແກຣນ-ຣັດເຊຍຮ່ວມກັບຝ່າຍຈີນ.