ປະຊາຊົນມຽນມາຫຼິ້ນບຸນສົງການຢ່າງເປັນລະບຽບຫຼັງໄດ້ຢຸດມາເປັນເວລາ 2 ປີ

CRI, April 18, 2022
Size:

ຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ສະຖານະການທາງການເມືອງ, ກ່ອນໜ້ານີ້ ມຽນມາໄດ້ຢຸດຕິການຫຼິ້ນບຸນສົງການເປັນ 2 ປີລຽນຕິດ. ປີນີ້, ລັດຖະບານຮັກສາການຂອງມຽນມາໄດ້ຕົກລົງໃຫ້ຫຼິ້ນບຸນສົງການ ແລະ ໄດ້ກຳນົດເຂດຫົດນ້ຳຢູ່ແຫ່ງຕ່າງໆເພື່ອຈັດກິດຈະກຳຫຼິ້ນບຸນສົງ

ການ.

ແຕ່ວ່າຈຳນວນຄົນທີ່ເຂົ້າຮ່ວມການຫຼິ້ນບຸນສົງການປີນີ້ໜ້ອຍກວ່າເມື່ອກ່ອນຢ່າງຫຼວງຫຼາຍ. ຂ່າວແຈ້ງວ່າ, ເຂດໃກ້ຄຽງກັບບ່ອນຈັດພິທີຫຼິ້ນບຸນສົງການຢູ່ນະຄອນຢາງກຸ້ງໄດ້ເກີດເຫດລະເບີດແຕກເທື່ອໜຶ່ງໃນ 5 ມື້ກ່ອນນີ້, ສະນັ້ນ ການຮັກສາຄວາມປອດໄພຢູ່ບ່ອນຫຼິ້ນບຸນສົງການຈຶິ່ງມີຄວາມເຂັ້ມງວດຫຼາຍຂຶ້ນ.

ນອກນີ້, ບ່ອນຈັດພິທີຫຼິ້ນບຸນສົງການຢູ່ຫຼາຍແຂວງ ແລະ ຫຼາຍລັດຂອງມຽນມາກໍ່ເກີດເຫດລະເບີດແຕກ ແລະ ຖືກວາງເພີງໃນຫຼາຍມື້ທີ່ຫາກໍ່ຜ່ານມານີ້,ສະນັ້ນ, ຢູ່ບ່ອນທີ່ຈັດພິທີຫຼິ້ນບຸນສົງການເທື່ອນີ້ຈິ່ງມີຕຳຫຼວດທະຫານຮັກສາຄວາມປອດໄພຢູ່ບໍລິເວນໃກ້ຄຽງ, ສະນັ້ນ, ປະຊາຊົນທີ່ເຂົ້າໄປຫຼິ້ນບຸນກໍ່ຕ້ອງຜ່ານການກວດກາຄວາມປອດໄພຢ່າງ
ເຂັ້ມງວດທີ່ສຸດ.