ສະຖານທູດຈີນປະຈຳລາວປິດໃຫ້ບໍລິການທາງກົງສຸນຊົ່ວຄາວ

CRI, April 15, 2022
Size:

ອີງຕາມສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ເພື່ອຫຼຸດຄວາມສ່ຽງສະເພາະໜ້າຍ້ອນການເຕົ້າໂຮມກັນຂອງຜູ້ທີ່ມາເຮັດເອກະສານ ໃນໄລຍະການແຜ່ລະບາດຂອງພະຍາດ, ສະນັ້ນສະຖານທູດ ສປ ຈີນປະຈຳ ສປປ ລາວຈະປິດໃຫ້ບໍລິການທາງກົງສຸນເປັນການຊົ່ວຄາວ ເຊິ່ງເລີ່ມແຕ່ວັນທີ 14 ເມສາ ຫາວັນທີ 12 ພຶດສະພາ 2022.

ໃນໄລຍະປິດໃຫ້ບໍລິການ, ທ່ານຍັງສາມາດຮ້ອງຂໍເຮັດໜັງສືຜ່ານແດນ ແລະ ບັດທ່ອງທ່ຽວໄດ້ຕາມປົກກະຕິໂດຍຜ່ານ APP “ກົງສຸນຈີນ”, ຖ້າມີສະພາບອັນຮີບດ່ວນ ຕ້ອງການເຮັດວິຊາ, ທະບຽນສານ ແລະ ໃບຢັ້ງຢືນດ່ວນ, ກະລຸນາໂທ +856-21-315100 ໃນເວລາ 8:30—17:30 ເຊິ່ງເປັນເບີໂທໃຫ້ບໍລິການເຮັດບັດກົງສຸນ, ເມື່ອກົງສຸນສອບຖາມລາຍລະອຽດທີ່ຕ້ອງການຕາມເອກະສານແລ້ວ ຈະອຳນວຍຄວາມສະດວກໃຫ້ທ່ານຜ່ານ “ຊ່ອງທາງສີຂຽວ”.