ນາຍົກໄທກ່າວວ່າ: ຕຳຫຼວດໄດ້ສືບສວນ ແລະ ຮູ້ໂຕຜູ້ຕ້ອງຫາແກວ່ງລະເບີດໃສ່ເຂດໃກ້ເຮືອນພັກຂອງຕົນແລ້ວ

CRI, April 15, 2022
Size:

ວັນທີ 12 ເມສານີ້, ຫຼັງຈາກກອງປະຊຸມລັດຖະສະພາ, ທ່ານປະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທໄດ້ບອກກັບສື່ມວນຊົນວ່າ, ຕຳຫຼວດໄດ້ສືບສວນເຫດການແກວ່ງລະເບີດທີ່ຜະລິດເອງໃສ່ເຂດໃກ້ກັບເຮືອນພັກຂອງຕົນທີ່ເກີດຂຶ້ນໃນຕອນຄ່ຳວັນທີ 10 ເມສານີ້ມາໂດຍຕະຫຼອດ, ປັດຈຸບັນຮູ້ໂຕຜູ້ຕ້ອງຫາແລ້ວແລະ ຈະຈັບຜູ້ກໍ່ເຫດໂດຍໄວ. 

ທ່ານປະຢຸດ ຈັນໂອຊາຍັງກ່າວວ່າ, ຄົນໃດ ແລະ ເວລາໃດກໍ່ບໍ່ຄວນກໍ່ເລື່ອງທີ່ສົ່ງຜົນຮ້າຍຕໍ່ຄວາມໝັ້ນຄົງຂອງຊາດ, ປະເທດຊາດພວມຢູ່ໃນໄລຍະທີ່ມີຄວາມສະຫງົບ, ຄົນທັງຫຼາາຍຄວນຊ່ວຍເປັນຫູເປັນຕານຳກັນຈິ່ງຈະສາມາດແກ້ໄຂບັນຫານີ້ໄດ້.