ບໍລິສັດສະໜາມບິນໄທຄາດວ່າ: ໃນໄລຍະບຸນສົງການ ນັກທ່ອງທ່ຽວສາກົນຈະສູງເຖິງ 1 ລ້ານເທື່ອຄົນ

CRI, April 13, 2022
Size:

ວັນທີ 11 ເມສານີ້, ຜູ້ນຳອວຍການໃຫຍ່ບໍລິສັດສະໜາມບິນໄທກ່າວວ່າ, ແຕ່ວັນທີ 11 ຫາວັນທີ 17 ເມສານີ້ ເຊິ່ງເປັນໄລຍະບຸນສົງການ, ຄາດວ່າສະໜາມບິນສາກົນ 6 ແຫ່ງຂອງທົ່ວປະເທດໄທລວມມີ 9.310 ຖ້ຽວບິນ, ເພີ່ມຂຶ້ນ 14,5% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້. ຄາດວ່າຈະຮັບນັກທ່ອງທ່ຽວຫຼາຍກວ່າ 1 ລ້ານເທື່ອຄົນ, ເພີ່ມຂຶ້ນ 103% ເມື່ອທຽບກັບໄລຍະດຽວກັນປີກາຍນີ້.

ສ່ວນຖ້ຽວບິນສາກົນ ແລະ ນັກທ່ອງທ່ຽວສາກົນສ່ວນຫຼາຍຈະມາຮອດໄທຈາກສະໜາມບິນສາກົນສະຫວັນນະພູມ, ສະໜາມບິນສາກົນດອນເມືອງ ແລະ ສະໜາມບິນສາກົນພູເກັດ.