ໄຕມາດທຳອິດປີນີ້, ການຂົນສົ່ງສິນຄ້າເຂົ້າອອກດ່ານບໍ່ຫານຕາມທາງລົດໄຟລາວ-ຈີນ ບັນລຸຫຼາຍກວ່າ 3,1 ແສນໂຕນ

CRI, April 12, 2022
Size:

ແຫຼ່ງຂ່າວຈາກດ່ານຊາຍແດນບໍ່ຫານແຂວງຢຸນນານຈີນໄດ້ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໃນ ໄຕມາດທຳອິດຂອງປີນີ້, ດ້ວຍການຢຸດຕິການຂົນສົ່ງຜູ້ໂດຍສານຜ່ານດ່ານ ແຕ່ອະນຸມັດ ໃຫ້ຂົນສົ່ງສິນຄ້າຜ່ານດ່ານ, ທີມປະຕິບັດໜ້າທີ່ກວດກາຢູ່ດ່ານທາງລົດໄຟບໍ່ຫານໄດ້ກວດກາ ແລະ ປ່ອຍພະນັກງານປະຕິບັດໜ້າທີ່ຢູ່ເທິງລົດໄຟໃຫ້ອອກເດີນທາງມີເຖິງ 1.068 ເທື່ອຄົນ, ກວດກາລົດໄຟຂົນສົ່ງສິນຄ້າເຂົ້າອອກເມືອງມີເຖິງ 520 ເທື່ອຂະບວນ ໂດຍຂົນ ສົ່ງສິນຄ້າເຂົ້າອອກເມືອງມີເຖິງ 315. 700 ໂຕນ. ໃນນັ້ນ, ສິນຄ້າສົ່ງອອກໂດຍຜ່ານດ່ານ ດັ່ງກ່າວມີເຖິງ 111.160 ໂຕນ ເຊິ່ງສ່ວນຫຼາຍແມ່ນອາໄລ່ລົດ, ເຄື່ອງໃຊ້ໄຟຟ້າໃນ ເຮືອນ, ວັດຖຸປ້ອງກັນການແຜ່ລະບາດຂອງພະຍາດ ແລະອື່ນໆ; ສິນຄ້ານຳເຂົ້າມີເຖິງ 204.100 ໂຕນ ເຊິ່ງ ສ່ວນຫຼາຍແມ່ນຜະລິດຕະພັນກະສິກຳ ແລະ ແຮ່ທາດ ເຊັ່ນ: ຢາງພາລາ, ເບຍ, ຊືນແທ່ງ ແລະອື່ນໆ.

ນັບແຕ່ວັນທີ 1 ມັງກອນປີ 2022 ທີ່ເລີ່ມປະຕິບັດ “ສັນຍາການພົວພັນຄູ່ຮ່ວມມື ເສດຖະກິດຮອບດ້ານໃນພາກພື້ນ” ເປັນຕົ້ນມາ, ດ້ວຍການມີທ່າແຮງດ້ານຕ່າງໆ ເຊັ່ນ: ເວລາຂົນສົ່ງສັ້ນເຂົ້າ, ຕົ້ນທຶນຂົນສົ່ງຕ່ຳ, ມີຄວາມປອດໄພດີ ແລະອື່ນໆ, ທາງລົດໄຟ ລາວ-ຈີນ ໄດ້ກາຍເປັນເສັ້ນທາງຄຳການຈໍລະຈອນສິນຄ້າສາກົນອີກເສັ້ນໜຶ່ງທີ່ເຊື່ອມຕໍ່ຈີນ ກັບປະເທດໃນອາຊີຕາເວັນອອກສຽງໃຕ້.