ອາຊຽນປຶກສາຫາລືກັນກ່ຽວກັບ “ວິໄສທັດປະຊາຄົມອາຊຽນຫຼັງປີ 2025”

CRI, April 8, 2022
Size:

ນັບແຕ່ວັນທີ 31 ມີນາຫາວັນທີ 1 ເມສານີ້ໜ່ວຍງານລະດັບສູງ “ວິໄສທັດປະຊາຄົມ ອາຊຽນຫຼັງປີ 2025” ໄດ້ຈັດກອງປະຊຸມຄັ້ງທຳອິດຢູ່ສຳນັກງານໃຫຍ່ກອງເລຂາອາຊຽນ ເພື່ອປຶກສາຫາລືແຜນດຳເນີນງານປີ 2022, ວາລະວ່າວຽກຂອງໜ່ວຍງານ ແລະ ເນື້ອໃນຫຼັກຂອງ “ວິໄສທັດປະຊາຄົມອາຊຽນຫຼັງປີ 2025”.

ໃນກອງປະຊຸມໜ່ວຍງານລະດັບສູງ “ວິໄສທັດປະຊາຄົມອາຊຽນຫຼັງປີ 2025” ໄດ້ຜ່ານ ການຮັບຮອງແຜນດຳເນີນງານໃນປີ 2022. ໃນຂະນະດຽວກັນທ່ານລິມຈົກໂຮຍ ເລຂາທິການໃຫຍ່ອາຊຽນໄດ້ສະໜອງຂໍ້ມູນຫຼ້າສຸດກ່ຽວກັບຂະບວນການສ້າງປະຊາຄົມອາຊຽນ ແລະ ໄດ້ບັນຍາຍຄວາມເຫັນຂອງຕົນ ກ່ຽວກັບວິໄສທັດຫຼັງປີ 2025. ໜ່ວຍງານ ລະດັບສູງ “ວິໄສທັດປະຊາຄົມອາຊຽນຫຼັງປີ 2025” ຍັງໄດ້ຕິດຕໍ່ພົວພັນກັບຄະນະກຳ ມະການຜູ້ແທນປະຈຳອາຊຽນ ຫຼື CPR ເຊິ່ງແມ່ນພາກສ່ວນໜຶ່ງໃນຂະບວນການ ປຶກສາຫາລືກັນລະຫວ່າງຝ່າຍຕ່າງໆ.