ແຫຼ່ງຂ່າວຈາກກຸ່ມລິສັດທາງລົດໄຟແຫ່ງຊາດຈີນໄດ້ໃຫ້ຮູ້ວ່າ: ວັນທີ 3 ເມສານີ້, ທາງລົດໄຟລາວ-ຈີນໄດ້ເປີດບໍລິການຢ່າງເປັນທາງການຄົບຮອບ 4 ເດືອນ, ນັບລວມແລ້ວ, ໄດ້ຂົນສົ່ງຜູ້ໂດຍສານ 2,254 ລ້ານເທື່ອຄົນ, ຂົນສົ່ງສິນຄ້າ 1,31 ລ້ານໂຕນ ເຊິ່ງເປັນ ຜົນສຳເລັດທີ່ດີສົມຄວນ. ນັບແຕ່ເປີດບໍລິການຢ່າງເປັນທາງການເປັນຕົ້ນມາ, ໄດ້ຂົນສົ່ງ ສິນຄ້າໄປເຖິງ 10 ກວ່າປະເທດ ເຊັ່ນ: ຈີນ, ລາວ, ໄທ, ມາເລເຊຍ, ກຳປູເຈຍ ແລະປະເທດອື່ນໆ ເຊິ່ງໄດ້ຊຸກຍູ້ການໄປມາຫາສູ່ດ້ານເສດຖະກິດການຄ້າ ລະຫວ່າງປະເທດ ແລະເຂດແຄວ້ນທີ່ກ່ຽວຂ້ອງ. ໄດ້ອຳນວຍຄວາມສະດວກໃຫ້ແກ່ການອອກເດີນທາງຂອງ ປະຊາຊົນສອງຊາດລາວຈີນ ແລະ ໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າ ໃນການຊຸກຍູ້ການ ສ້າງແລວທາງເສດຖະກິດຈີນ-ລາວ.