ຈີນຊ່ວຍເຫຼືອເຂັມສັກວັກຊິນປ້ອງກັນໂຄວິດ-19 ໃຫ້ແກ່ມຽນມາ

CRI, April 7, 2022
Size:

ວັນທີ 2 ເມສານີ້ສະຖານທູດຈີນປະຈຳມຽນມາໄດ້ມອບເຂັມສັກວັກຊິນປ້ອງກັນ ໂຄວິດ-19 ທັງໝົດ 2 ລ້ານດວງໃຫ້ແກ່ກະຊວງສາທາລະນະສຸກມຽນມາໂດຍດ່ວນ ຢູ່ເມືອງມູເຊ, ພ້ອມທັງມອບເຂັມສັກວັກຊິນປ້ອງກັນໂຄວິດ-19 ລວມ 1 ລ້ານຫຼອດທີ່ ແຂວງຢຸນນານຈີນຊ່ວຍເຫຼືອມຽນມາໃຫ້ແກ່ຝ່າຍມຽນມາ.

ນັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາຈີນໄດ້ໃຫ້ການຊ່ວຍ ເຫຼືອວັກຊິນເຄື່ອງຜະລິດອັອກຊີເຈນຜ້າປິດປາກ ແລະ ວັດຖຸປ້ອງກັນພະຍາດອື່ນໆ ແກ່ມຽນມາມາຫຼາຍເທື່ອແລ້ວ ເພື່ອສະໜັບສະໜູນມຽນມາຕ້ານກັບການແຜ່ລະບາດຂອງ ພະຍາດໂຄວິດ-19.

ນັບມາຮອດປັດຈຸບັນຈີນໄດ້ຊ່ວຍເຫຼືອວັກຊິນປ້ອງກັນໂຄວິດ-19 ທັງໝົດ 41 ລ້ານຫຼອດແກ່ມຽນມາຂະນະທີ່ຈີນຊ່ວຍເຫຼືອເຂັມສັກວັກຊິນປ້ອງກັນໂຄວິດ-19 ຈຳນວນ 3 ລ້ານດວງໂດຍດ່ວນເທື່ອນີ້ ຈະເປັນການຊ່ວຍຜ່ອນຄາຍສະພາບການທີ່ມຽນມາ ຂາດເຂັມສັກວັກຊິນ ແລະຊ່ວຍມຽນມາເລັ່ງຂະບວນການສັກວັກຊິນໃຫ້ໄວຂຶ້ນ ເພື່ອສ້າງຮົ້ວປ້ອງກັນພະຍາດໂຄວິດ-19 ໃຫ້ປະຊາຊົນມຽນມາໄດ້ດີກວ່າເກົ່າ.