ທ່ານຫວາງຢີ້ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດໄທ

CRI, April 6, 2022
Size:

ວັນທີ 2 ເມສານີ້ຢູ່ນະຄອນຖຸນຊີ່ແຂວງອ່ານຫຸ່ຍ ສປ ຈີນ, ທ່ານຫວາງຢີ້, ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະ ກັບທ່ານດອນ ປຣະມັດວິໄນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດໄທ, ໂອກາດທ່ານເດີນທາງຢ້ຽມຢາມຈີນ.

ທ່ານຫວາງຢີ້ ກ່າວວ່າ, ປີນີ້ແມ່ນຈີນ-ໄທສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຄົບຮອບ 10 ປີ, ສອງຝ່າຍຈະຕ້ອງເລັ່ງລັດປຶກສາຫາລືແຜນການຮ່ວມມື ແລະແຜນປະຕິບັດງານຮ່ວມກັນໃນຂອບ “ໜຶ່ງແລວໜຶ່ງເສັ້ນທາງ”, ຖືການປະຕິບັດ “ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ” ຫຼື RCEP ເປັນໂອກາດທີ່ດີ, ຂຸດຄົ້ນກຳລັງບົ່ມຊ້ອນການຮ່ວມມືດ້ານເສດຖະກິດການຄ້າຂອງສອງຝ່າຍ, ພັດທະນາການຮ່ວມມືໃນຂົງເຂດວິທະຍາສາດເຕັກນິກເອເລັກໂຕຼນິກ, ເສດຖະກິດດີຈີຕອນ, ພະລັງງານໃໝ່ ແລະຂົງເຂດອື່ນໆ.

ທ່ານດອນ ປຣະມັດວິໄນ ກ່າວວ່າ: ໄທຍິນດີຮ່ວມກັນກັບຈີນ ເພື່ອສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ, ຕັ້ງໜ້າເຂົ້າຮ່ວມຂໍ້ລິເລີ່ມການພັດທະນາໂລກ.

ສອງຝ່າຍເຫັນດີຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນກັບອາຊຽນຢ່າງຈິງຈັງ, ນອກນີ້, ສອງຝ່າຍຍັງໄດ້ແລກປ່ຽນຄວາມເຫັນກ່ຽວກັບບັນຫາມຽນມາ ແລະບັນຫາອື່ນໆ.