ສາຍການບິນ Vietnam Airlines ໄດ້ຂາດທຶນເກືອບ 1 ຕື້ໂດລາສະຫະລັດໃນປີ 2021

CRI, April 6, 2022
Size:

ສາຍການບິນ Vietnam Airlines ໄດ້ເປີດເຜີຍຜົນງານທຸລະກິດໄຕມາດທີ 4 ແລະ ໝົດປີ 2021 ທີ່ໃນວັນທີ 3 ເມສານີ້ ໂດຍສະແດງໃຫ້ເຫັນວ່າປີ 2021, ບໍລິສັດຕົນໄດ້ຂາດທຶນ 21.978 ຕື້ດົງ ຫຼື ປະມານ 1 ຕື້ໂດລາສະຫະລັດ.

ລາຍຮັບໃນການທຸລະກິດໃນໄຕມາດທີ ຂອງປີ 2021 ຂອງສາຍການບິນ Vietnam Airlines ໄດ້ບັນລຸຫຼາຍກວ່າ 9.200 ຕື້ດົງເຖິງວ່າໄດ້ເພີ່ມຂຶ້ນ 1.000 ຕື້ດົງ ເມື່ອທຽບ ໃສ່ໄລຍະດຽວກັນຂອງປີ 2020ແຕ່ລາຍຮັບໃນໝົດປີຂອງສາຍການບິນ Vietnam Airlines ໄດ້ບັນລຸ 28.093 ຕື້ດົງໄດ້ຫຼຸດລົງ 31% ເມື່ອທຽບໃສ່ປີ 2020. ຫຸ້ນຂອງສາຍການບິນ Vietnam Airlines ໄດ້ຂາດທຶນ 1.184 ຕື້ດົງຫຼັງຫັກອາກອນໃນໄຕມາດທີ ຂອງປີ 2021ນັບລວມແລ້ວໄດ້ຂາດທຶນ 13.337 ຕື້ດົງ.

ປັດຈຸບັນສາຍການບິນ Vietnam Airlines ມີແຜນຈະຟື້ນຟູຖ້ຽວບິນສາກົນປະຈຳ ລະຫວ່າງຫວຽດນາມກັບ 15 ປະເທດ ແລະ ເຂດແຄວ້ນໃນຫົກເດືອນຕົ້ນປີນີ້.