ງານວາງສະແດງໂລກດູໄບອັັັດລົງ

CRI, April 2, 2022
Size:


ງານວາງສະແດງໂລກດູໄບ 2020 ທີ່ດຳເນີນມາເປັນເວລາ 6 ເດືອນຢູ່ສະຫະລັດອາຣັບເອມີເຣດ ໄດ້ອັດລົງແລ້ວໃນວັນທີ 31 ມີນາຜ່ານມາ. ງານວາງສະແດງຄັ້ງນີ້ໄດ້ມີ 192 ປະເທດເຂົ້າຮ່ວມງານ ແລະໄດ້ດຶງດູດຜູ້ຊົມ 22 ລ້ານກວ່າຄົນໄປຊົມງານ. ຫໍວາງສະແດງຈີນໄດ້ດຶງດູດນັກທ່ອງທ່ຽວຫຼາຍກວ່າ 1.650.000 ເທື່ອຄົນ, ຖືກຍ້ອງວ່າເປັນໜຶ່ງໃນບັນດາຫໍວາງສະແດງແຫ່ງຊາດ ທີ່ໄດ້ຮັບຄວາມນິຍົມຊົມຊອບກວ່າໝູ່, ມີເອກະລັກພິເສດຫຼາຍກວ່າໝູ່ ແລະ ໜ້າປະທັບໃຈກວ່າໝູ່. ວັນທີ 31 ມີນາແລ້ວນີ້, ທ່ານຢວີຢີ້ ໂຄສົກສະມາຄົມສົ່ງເສີມການຄ້າຈີນໄດ້ກ່າວຢືນຢັນຢູ່ທີ່ນະຄອນຫຼວງປັກກິ່ງວ່າ: ໃນໄລຍະດຳເນີນງານວາງສະແດງໂລກດູໄບ, ວິສາຫະກິດຈີນແລະຕ່າງປະເທດໄດ້ເຊັນສັນຍາການຮ່ວມມືໃນຫຼາຍຂົງເຂດ ເຊິ່ງມີມູນຄ່າລວມທັງໝົດຫຼາຍກວ່າ 8,7 ຕື້ຢວນ.

ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ງານວາງສະແດງໂລກດູໄບ 2020 ຈຶ່ງຖືກເລື່ອນເວລາອອກໄປຈັດໃນລະຫວ່າງ ວັນທີ 1 ຕຸລາປີ 2021 ຫາວັນທີ 31 ມີນາປີ 2022. ງານວາງສະແດງໂລກຄັ້ງນີ້ມີຫົວຂໍ້ວ່າ: “ສື່ສານທາງແນວຄິດ ແລະສ້າງອະນາຄົດ”, ຫໍວາງສະແດງຈີນໄດ້ຈັດກິດຈະກຳຕ່າງໆເຊັ່ນ ພິທີເປີດຫໍວາງສະແດງ, ວັນຫໍວາງສະແດງຈີນ, ສັບປະດາກິດຈະກຳແຂວງເຂດປົກຄອງຕົນເອງແລະກຳແພງນະຄອນ, ວັນກິດຈະກຳວິສາຫະກິດແລະອື່ນໆ. ວິສາຫະກິດທີ່ດີເດັ່ນຂອງຈີນ 3000 ກວ່າແຫ່ງໄດ້ເຂົ້າຮ່ວມ, ມີຜູ້ຊົມຫຼາຍກວ່າ 46 ລ້ານຄົນໄດ້ເຂົ້າຊົມຢູ່ສະຖານທີ່ຈັດງານຫຼືທາງອອນລາຍ.