ສ້າງຕັ້ງເຂດໃໝ່ຊົງອ່ານຄົບຮອບ 5 ປີ ໂຄງຮ່າງຕົວເມືອງເປັນຮູບເປັນຮ່າງຂຶ້ນຢ່າງຮອບດ້ານ

CRI, April 2, 2022
Size:

ວັນທີ 1 ເມສາ ປີ 2017, ຈີນໄດ້ສ້າງຕັ້ງເຂດໃໝ່ຊົງອ່ານຂຶ້ນ. ໃນ 5 ປີທີ່ຜ່ານມາ, ຢູ່ແຫ່ງນີ້ໄດ້ຫັນຈາກ “ເຈ້ຍຫວ່າງເປົ່າ” ມາເປັນສະໜາມການກໍ່ສ້າງທີ່ມີເຄື່ອງຍົກນ້ຳໜັກຢ່າງຫຼວງຫຼາຍ, ເຊິ່ງໄດ້ເຂົ້າສູ່ໄລຍະສຳຄັນທີ່ຮອງຮັບສະມັດຖະພາບທີ່ບໍ່ແມ່ນນະຄອນຫຼວງຈາກນະຄອນຫຼວງປັກກິ່ງ ແລະການກໍ່ສ້າງຢ່າງຂະໜາດໃຫຍ່ນັ້ນກ້າວໄປໜ້າຄຽງຄູ່ກັນ. ປັດຈຸບັນນີ້, ເຄືອຂ່າຍຄົມມະນາຄົມສາຍຫຼັກທີ່ເຊື່ອມຕໍ່ກັບພາຍນອກໄດ້ສ້າງຂຶ້ນຢ່າງຮອບດ້ານ, ລະບົບເຄືອຂ່າຍເສັ້ນທາງສາຍຫຼັກພາຍໃນຕົວເມືອງໄດ້ເປັນຮູບເປັນຮ່າງຂຶ້ນໂດຍພື້ນຖານ; ໂຄງຮ່າງຕົວເມືອງໄດ້ເປັນຮູບເປັນຮ່າງຂຶ້ນຢ່າງຮອບດ້ານ, ໂຄງການທີ່ເປັນສັນຍາລັກຈຳນວນໜຶ່ງໄດ້ເລີ່ມນຳໃຊ້ຕົວຈິງ.

ຜ່ານການສ້າງສາໃນ 5 ປີທີ່ຜ່ານມາ, ຄົມມະນາຄົມຢູ່ເຂດໃໝ່ຊົງອ່ານໄດ້ເຊື່ອມຈອດໄປທຸກທິດທາງ, ເຄືອຂ່າຍເສັ້ນທາງທີ່ເຊື່ອມໂຍງເຊື່ອມຈອດກັນ, ກາຍເປັນສິ່ງຄ້ຳຊູທີ່ເຂັ້ມແຂງໃຫ້ແກ່ການກໍ່ສ້າງຂະໜາດໃຫຍ່ ແລະ ເຄືອຂ່າຍຄົມມະນາຄົມນະຄອນຫຼວງປັກກິ່ງ-ນະຄອນທຽນສິນ-ແຂວງເຫີເປີຍ.

ຄຸ້ມຢົງຕຸ່ງເປັນຄຸ້ມທີ່ກໍ່ສ້າງກ່ອນໝູ່ຢູ່ເຂດໃໝ່ຊົງອ່ານ, ເຊິ່ງເປັນຄຸ້ມທີ່ນຳໜ້າ ຮອງຮັບສະມັດຖະພາບທີ່ບໍ່ແມ່ນນະຄອນຫຼວງຈາກນະຄອນຫຼວງປັກກິ່ງ. ປັດຈຸບັນນີ້, ຢູ່ຄຸ້ມຢົງຕຸ່ງມີຕຶກສູງໆຫຼາຍແຫ່ງທີ່ໄດ້ສ້າງສຳເລັດແລ້ວ ແລະ ກຳລັງກໍ່ສ້າງຢູ່, ສຳລັບສິ່ງກໍ່ສ້າງເຫຼົ່ານີ້ຕ່າງມີຄຸນປະໂຫຍດທີ່ຕ່າງກັນ, ເຊິ່ງລວມທັງເຂດຊຸມຊົນ, ແລະຄຸ້ມສະມັດຖະພາບຕົວເມືອງອື່ນໆ. ສິ່ງກໍ່ສ້າງໃນຄຸ້ມນີ້, ບາງບ່ອນແມ່ນ “ຫໍຮັບແຂກຂອງຕົວເມືອງ”, ແລະບາງແຫ່ງແມ່ນ “ສະໝອງອັດສະລິຍະຂອງຕົວເມືອງ”.