ປະເທດຈີນໄດ້ສ້າງຕັ້ງລະບົບໃໝ່ແຫ່ງການປົວແປງລະບົບນິເວດຄືນໃໝ່

CRI, April 1, 2022
Size:

ກະຊວງຊັບພະຍາກອນທຳມະຊາດຈີນໄດ້ແຈ້ງໃຫ້ຮູ້ວ່າ: ການອະນຸລັກແລະປົວແປງລະບົບນິເວດຂອງປະເທດຈີນໄດ້ຮັບຄວາມຄືບໜ້າທີ່ສຳຄັນ, ການສ້າງລະບົບອະນຸລັກທຳມະຊາດໄດ້ຮັບການຊຸກຍູ້ຢ່າງໜັກແໜ້ນ, ການສ້າງລະບຽບການແຫ່ງການອະນຸລັກແລະປົວແປງຊີວະນາໆພັນຄືນໃໝ່ໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ, ໄດ້ສ້າງຕັ້ງລະບົບໃໝ່ແຫ່ງການປົວແປງລະບົບນິເວດ.

ກະຊວງຊັບພະຍາກອນທຳມະຊາດຈີນແຈ້ງໃຫ້ຮູ້ຕື່ມວ່່າ: ການສ້າງລະບົບອະນຸລັກທຳມະຊາດຂອງຈີນໄດ້ຮັບການຊຸກຍູ້ຢ່າງໜັກແໜ້ນ, ໄດ້ຈັດເອົາເຂດທີ່ມີລະບົບນິເວດທຳມະຊາດສຳຄັນກວ່າໝູ່, ທີວທັດທຳມະຊາດທີ່ມີເອກະລັກກວ່າໝູ່, ມໍລະດົກທຳມະຊາດທີ່ດີເດັ່ນກວ່າໝູ່, ຊີວະນານາພັນທີ່ມີຄວາມອຸດົມສົມບູນກວ່າໝູ່ເຂົ້າໃນລະບົບສວນສາທາລະນະແຫ່ງຊາດ. ປີ 2021 ໄດ້ສ້າງຕັ້ງສວນສາທາລະນະແຫ່ງຊາດຊຸດທຳອິດຢ່າງເປັນທາງການ, ເຊິ່ງກວມທັງແນວພັນສັດແລະພືດປ່າເທິງບົກທີ່ສຳຄັນແຫ່ງຊາດເກືອບ30%. ປັດຈຸບັນ, ທົ່ວປະເທດຈີນໄດ້ສ້າງເຂດສະຫງວນທຳມະຊາດລະດັບຕ່າງໆ ແລະປະເພດຕ່າງ 11,800 ແຫ່ງ, ກວມເນື້ອທີ່ດິນແດນເທິງບົກປະມານ18%.